• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

VOF 2017 - ສຽງເວົ້າອະນາຄົດຂອງ APEC

ເວທີປາໄສສຽງເວົ້າອະນາຄົດ APEC 2017 (VOF 2017) ເປັນເຫດການໜຶ່ງທີ່ໜ້າສົນໃຈໃນສັບປະດາຂັ້ນສູງ APEC 2017 ໂດຍສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ສົມທົບກັບຄະນະເລຂາແຫ່ງຊາດ APEC 2017 ແລະ ຄະນະຈັດຕັ້ງສາກົນ VOF ຈັດຕັ້ງຂັ້ນແຕ່ວັນທີ 6 – 10 ພະຈິກ 2017 ທີ່ນະຄອນ ດ່າໜັງ ແລະ ກວາງນາມ. ເຂົ້າຮ່ວມມີຊາວໜຸ່ມ 180 ຄົນມາຈາກ 17 ພື້ນຖານເສດຖະກິດ APEC.
ບັນດາຊາວໜຸ່ມເພີ່ມທະວີຄວາມເຂົ້າໃຈກ່ຽວກັບບັນດາເປົ້າໝາຍ ແລະ ຈຸດປະສົງຂອງ APEC, ປະກອບສ່ວນເຂົ້າໃນການພົວພັນ ມິດຕະພາບ, ຄວາມສາມັກຄີ, ການຮ່ວມມືລະຫວ່າງຊາວໜຸ່ມ ບັນດາພື້ນຖານເສດຖະກິດ APEC. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ ຊາວໜຸ່ມມາຈາກບັນດາພື້ນຖານເສດຖະກິດ APEC ມີເງື່ອນໄຂພົບປະສັງສັນ, ແລກປ່ຽນຄຳຄິດຄຳເຫັນ ແລະ ຄວາມຮູ້ກ່ຽວກັບບັນຫາໃນທົ່ວໂລກ. ຈາກນັ້ນ ຈຶ່ງຊຸກຍູ້ບົດບາດຂອງຊາວໜຸ່ມ ຢູ່ບັນດາພາກພື້ນ ໃນວິວັດການສ້າງອະນາຄົດລວມ “ສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ວັດທະນາຖາວອນ”.
 
ເວທີປາໄສສຽງເວົ້າອະນາຄົດ APEC 2017 ເປັນໂອກາດເພື່ອໃຫ້ຊາວໜຸ່ມ APEC ສະເໜີອອກ ຄຳຄິດຄຳເຫັນ ແລະ ຄວາມປາດ ຖະໜາມຂອງຕົນຕໍ່ບັນດາບັນຫາກ່ຽວກັບຊາວໜຸ່ມຂຶ້ນສູ່ການນຳ APEC.


ຜູ້ຕາງໜ້າຊາວໜຸ່ມ APEC ຖ່າຍຮູບລວມກັບ ການນຳນະຄອນ ດ່າໜັງ
ແລະ ບັນດາແຂກທີ່ມີກຽດ ຢູ່ພິທີໄຂເວທີປາໄສ
VOF 2017. ພາບ: ເລມິນ



ພິທີໄຂເວທີປາໄສ VOF 2017 ຢູ່ມະຫາວິທະຍາໄລ ດ່າໜັງ. ພາບ: ເລມິນ


ການນຳນະຄອນ ດ່າໜັງ ແລະ ການນຳສະພາຜູ້ນຳສຽງເວົ້າ APEC
ເຂົ້າຮ່ວມພິທີໄຂເວທີປາໄສ VOF 2017 ກັບຊາວໜຸ່ມ APEC. ພາບ: ເລມິນ



ທ່ານ ຮວິ່ງດຶກເທີ ປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ຮຽກຮ້ອງໃຫ້ບັນດາຊາວໜຸ່ມ APEC
ຕ້ອງຮັກສາຄວາມ
ໃຝ່ຝັນອັນແຮງກ້າຂອງຕົນຢ່າງບໍ່ຢຸດຢັ້ງ. ພາບ: ເລມິນ



ທ່ານ James Sho ປະທານຮ່ວມ ສະພາຜູ້ນຳສຽງເວົ້າ APEC ສະແດງຄວາມຂອບອົກຂອບໃຈ
ເຖິງປະເທດເຈົ້າພາບ ຫວຽດນາມ ໄດ້ສ້າງເວທີປາໄສໜຶ່ງທີ່ມີຄວາມໝາຍໃຫ້ແກ່ບັນດາຊາວໜຸ່ມ 
APEC. ພາບ: ເລມິນ 



ທ່ານນາງ Noeleen Hayzer, ອະດີດຮອງເລຂາທິການໃຫຍ່ສະຫະປະຊາຊາດ ມີການພົບປະສັງສັນ,
ໂອ້ລົມສົນທະນາກັບຊາວໜຸ່ມ  
APEC ທີ່ເວທີປາໄສ VOF 2017. ພາບ: ແທງຮວ່າ



ບັນດາຊາວໜຸ່ມມາຈາກ 17 ພື້ນຖານເສດຖະກິດ APEC
ເຂົ້າຮ່ວມເວທີປາໄສ
VOF 2017 ທີ່ມະຫາວິທະຍາໄລ ດ່າໜັງ. ພາບ: ເລມິນ



ຊາວໜຸ່ມຄົນໜຶ່ງມາຈາກ ຍີ່ປຸ່ນ ເຂົ້າຮ່ວມການໂອ້ລົມສົນທະນາ
ທີ່ເວທີປາໄສ VOF 2017 ທີ່ມະຫາວິທະຍາໄລ ດ່າໜັງ. ພາບ: ແທງຮວ່າ



ນັກສຶກສາຂອງມະຫາວິທະຍາໄລ ດ່າໜັງ ເຂົ້າຮ່ວມໃນການພົບປະສັງສັງ,
ໂອ້ລົມສົນທະນາ. ພາບ: ເລມິນ



ຝ່າຍໜັງສືພິມໄດ້ສະຫງວນນຳ້ໃຈແບບພິເສດໃຫ້ແກ່ບັນດາ
ຊາວໜຸ່ມ APEC ທີ່ເຂົ້າຮ່ວມເວທີປາໄສ VOF 2017. ພາບ: ເລມິນ



ຄວາມໝັ້ນໃຈຂອງບັນດາຊາວໜຸ່ມ APEC ທີ່ເຂົ້າຮ່ວມເວທີປາໄສ VOF 2017. ພາບ: ເລມິນ

ທີ່ VOF 2017, ບັນດາຊາວໜຸ່ມ APEC ໄດ້ມີຫຼາຍການໂອ້ລົມສົນທະນາກ່ຽວກັບສອງຫົວຂໍ້ຄື: “ຊຸກຍູ້ການຂະຫຍາຍຕົວແບບ ຍືນຍົງຄົງຕົວ, ຄວາມປະດິດສ້າງ ແລະ ສອດຄ່ອງລະຫວ່າງ ລຸ່ນໜຸ່ມຂອງພາກພື້ນອາຊີ-ປາຊີຟິກ”. ແລະ “ເຮັດແນວໃດເພື່ອ ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພຸນຄູນສ້າງອະນາຄົດລວມ ລະຫວ່າງລຸ່ນໜຸ່ມຂອງພາກພື້ນອາຊີ-ປາຊີຟິກ”. ກໍ່ໃນ VOF 2017, ຜູ້ຕາງໜ້າໃຫ້ຊາວໜຸ່ມ APEC ຍັງມີການພົບປະສັງສັນກັບນັກສຶກສາມະຫາວິທະຍາໄລ ດ່າໜັງ, ໄດ້ເຂົ້າຮ່ວມ ແລະ ມີການປະກອບຄຳຄິດຄຳເຫັນໃນກອງປະຊຸມສຸດຍອດ ບັນດາ ຜູ້ອຳນວຍການໃຫຍ່ວິສາຫະກິດ APEC (TBC).
 
ພິເສດ, ໃນເວລາເຂົ້າຮ່ວມເວທີປາໄສສຽງເວົ້າອະນາຄົດ APEC 2017, ບັນດາຊາວໜຸ່ມ APEC ໄດ້ມີໂອກາດຊອກຮູ້ກ່ຽວກັບທຳມະຊາດ, ປະເທດຊາດ, ຜູ້ຄົນ ຫວຽດນາມ. ເຂົາເຈົ້າໄດ້ໄປຢາມໝູ່ບ້ານລ້ຽງເດັກ ຮວ່າບິ່ງ, ແຂວງ ກວາງນາມ;  ໄປຢາມມໍລະດົກ ວັດທະນະທຳໂລກຖະໜົນເກົ່າ ໂຮ້ຍອານ; ໄປຢາມໝູ່ບ້ານ ແຕ້ມພາບ ຕາມແທງ, ຕາມກີ່, ກວາງນາມ. 

ໄປຢາມໝູ່ບ້ານແຕ້ມພາບ ຕາມແທງ


ຄະນະຊາວໜຸ່ມ APEC ທີ່ເຂົ້າຮ່ວມເວທີປາໄສ VOF 2017 ໄປຢ້ຽມຢາມໝູ່ບ້ານແຕ້ມພາບ ຕາມແທງ,
ຕາມກີ່, ກວາງນາມ. ໝູ່ບ້ານວັດທະນະທຳແຫ່ງໜຶ່ງທີ່ມີຊື່ສຽງຜ່ານບັນດາຮູບພາບທີ່ສວຍ

ງາມທີ່ໄດ້ຊາວບ້ານປະດັບປະດາເທິງບັນດາເສັ້ນທາງ, ຮ່ອມບ້ານ ແລະ ເຮືອນຂອງຕົນ. ພາບ: ແທງຮວ່າ



ບັນດາຊາວໜຸ່ມ APEC ດີໃຈທີ່ໄດ້ຖ່າຍຮູບ ນຳເຈົ້າຂອງເຮືອນ ແລະ ກໍ່ແມ່ນຕົວນະຄອນໃນຮູບແຕ້ມພາບຊີວິດ
ທີ່ໄດ້ແຕ້ມເທິງຝາ
ກຳແພງຂອງເຮືອນຫຼັງນັ້ນ. ພາບ: ແທງຮວ່າ



ບັນດາຊາວໜຸ່ມ APEC ພວມຮັບຟັງ ການແນະນຳກ່ຽວກັບ ພາບແຕ້ມສັດທະນິຍະພາບ
ຂອງບັນດາໝູ່ບ້ານແຄມທະເລ ຫວຽດນາມ. ພາບ: ແທງຮວ່າ



ບັນດາຊາວໜຸ່ມ APEC ຖ່າຍຮູບຮວ່ມກັນທີ່ໝູ່ບ້ານແຕ້ມພາບ ຕາມແທງ. ພາບ: ແທງຮວ່າ

ຢ້ຽມຢາມໝູ່ບ້ານລ້ຽນເດັກ ຮວ່າບິ່ງ


ບັນດາຊາວໜຸ່ມ APEC ມາຢ້ຽມຢາມໝູ່ບ້ານລ້ຽງເດັກ ຮວ່າບິ່ງ, ກວາງນາມ,
ເປັນບ່ອນລ້ຽງເດັກນ້ອຍຜູ້ມີສະພາບການເປັນຢູ່ທີ່
ທຸກຍາກແບບພິເສດ. ພາບ: ແທງຮວ່າ



ລາຍການສະແດງສິລະປະໜຶ່ງຂອງບັນດາຊາວໜຸ່ມ APEC
ແລະ ບັນດານ້ອງນ້ອຍຂອງໝູ່ບ້ານລ້ຽງເດັກ ຮວ່າບິ່ງ. ພາບ: ແທງຮວ່າ



ບັນດາຊາວໜຸ່ມ APEC ມອບຂອງຂວັນ ແລະ ແປ່ງປັນຄວາມ ດີໃຈນຳບັນດານ້ອງນ້ອຍ. ພາບ: ແທງຮວ່າ


ວິນາທີເຕັມໄປດ້ວຍນຳ້ຈິດນຳໃຈ ລະຫວ່າງ ນາງ Lucía Graciela Vargas Elizondo ມາຈາກປະເທດ ເມັກຊິກ
ແລະ ນາງ ຫງວຽນທິບີ, ເດັກນ້ອຍຄົນໜຶ່ງຂອງໝູ່ບ້ານລ້ຽງເດັກ ຮວ່າບິ່ງ. ພາບ: ແທງຮວ່າ



ນ້ອງນ້ອຍຄົນໜຶ່ງທີ່ໜ້າຮັກໃນອ້ອມແຂນຂອງຊາວໜູ່ມຄົນໜຶ່ງ
ມາຈາກເວທີປາໄສ VOF 2017. ພາບ: ແທງຮວ່າ



ນາງ Eleanor ມາຈາກ ອົສຕຣາລີ ພວມອູ້ມເດັກຄົນໜຶ່ງໃນ
ອ້ອມແຂນແຫ່ງຄວາມຮັກແພງຂອງຕົນ. ພາບ: ແທງຮວ່າ


ຢ້ຽມຢາມໝູ່ບ້ານທຳອາຊີບຜະລິດໂຄມໄຟຢູ່ ໂຮ້ຍອານ


ບັນດາຊາວໜຸ່ມ APEC ໄດ້ມາຢ້ຽມຢາມໝູ່ບ້ານ ທຳອາຊີບ ຜະລິດໂຄມໄຟມູນເຊື້ອຢູ່ມໍລະດົກວັດທະນະທຳໂລກ
ຖະໜົນເກົ່າ 
ໂຮ້ຍອານ. ພາບ: ແທງຮວ່າ



ບັນດາຊາວໜຸ່ມ APEC ໄດ້ນາຍຊ່າງຂອງໝູ່ບ້ານອາຊີບ ແນະນຳໃຫ້ຮູ້ວິທີການຜະລິດໂຄມໄຟ. ພາບ: ແທງຮວ່າ


ຜະລິດຕະພັນສຳເລັດຮູບອັນທຳອິດຂອງບັນດາຊາວໜຸ່ມ APEC. ພາບ: ແທງຮວ່າ


ທ້າວ Mul Lguo ມາຈາກ ສິງກະໂປ ສະແດງຄວາມດີໃຈ
ຕໍ່ໂຄມໄຟໜ່ວຍໜຶ່ງ ທີ່ຕົນເອງເຮັດມາ. ພາບ: ແທງຮວ່າ


ຄະນະຊາວໜຸ່ມມາຈາກ ຈີນ ຮູ້ສຶກດີໃຈເມື່ອໄດ້ມາຢ້ຽມຢາມ ໝູ່ບ້ານ ທຳອາຊີບຜະລິດໂຄມໄຟມູນເຊື້ອ
ຢູ່ຖະໜົນເກົ່າ 
ໂຮ້ຍອານ. ພາບ: ແທງຮວ່າ

ນາງ Lucía Graciela Vargas Elizondo, ນາງສາວຄົນໜຶ່ງມາຈາກປະເທດ ເມັກຊິກ ໃຫ້ຮູ້ວ່າ ນີ້ແມ່ນເທື່ອທຳອິດ ລາວ ໄດ້ມາ ຫວຽດນາມ, ແຕ່ລາວຮູ້ສຶກປະທັບໃຈຕໍ່ຄວາມສວຍສົດງົດງາມ ຂອງທຳມະຊາດ ແລະ ຄວາມໃຈດີຂອງຜູ້ຄົນຢູ່ທີ່ນີ້.

ນາງ Ji Eun Park ມາຈາກ ສ ເກົາຫຼີ ຮູ້ສຶກແປກໃຈເມື່ອໄດ້ຮູ້ວ່າ ໝູ່ບ້ານລ້ຽງເດັກ ຮວ່າບິ່ງ ກວາງນາມ ໄດ້ກໍ່ສ້າງຈາກການອຸປະຖຳຂອງອະດີດນັກຮົບ ສ ເກົາຫຼີ.
 
ອາດສາມາດເວົ້າໄດ້ວ່າ VOF ໄດ້ເຮັດໃຫ້ບັນດາຊາວໜຸ່ມ APEC ມີຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບທິວທັດທຳມະຊາດທີ່ສວຍງາມ ແລະ ນຳ້ໃຈຮັກແຂກຂອງຊາວ ຫວຽດນາມ. 

ປະຕິບັດ: ແທງຮວ່າ, ເລມິນ 


Top