• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

VINAFOAM -ນຳໜ້າໃນການສົ່ງອອກໂຟມມອດໄຟ

ໂຟມມອດໄຟ VINAFOAM ບັນລຸມາດຕະຖານ ເອີຣົບ ເປັນເຄື່ອງ ໝາຍການຄ້າໜຶ່ງ ທ່ີຢັ້ງຢືນໄດ້ຊື່ສຽງຂອງຕົນຢູ່ ຫວຽດນາມ ແລະ ໄດ້ສ້າງຕັ້ງສາຂາຈຳໜ່າຍຜະລິດຕະພັນຢູ່ ຫຼາຍປະເທດໃນ ຂົງເຂດ ອາຊີ-ປາຊີຟິກ.
ໂຮງງານຜະລິດ ໂຟມມອດໄຟ VINAFOAM ໄດ້ຮັບການ ກໍ່ສ້າງ ເມື່ອ ປີ 2018 ບົນເນື້ອທີ່ 10.000 ເຮັກຕາ ຢູ່ເຂດ ອຸດສາຫະກຳ VSIP ຫາຍເຢືອງ. ດ້ວຍເງິນລົງທຶນ 6 ລ້ານ ໂດລາສະຫະລັດ, ໂຮງ ງານດັ່ງກ່າວ ໄດ້ຮັບການຕີລາຄາວ່າ ທັນສະໄໝທີ່ສຸດໃນພາກ ພື້ນ ອາຊີຕາເວັນອອກສ່ຽງໃຕ້. ພິເສດ, ໂຮງງານແຫ່ງນີ້ ໄດ້ເຕົ້າໂຮມ ນັກ ວິສາວະກອນໜຸ່ມຫຼາຍຄົນ ທີ່ມີ ຄວາມສາມາດດ້ານວິຊາ ການ ສູງ ເພື່ອປະດິດສ້າງບັນດາ ປະເພດ ໂຟມມອດໄຟ ຢ່າງມີ ປະສິດ ທິຜົນສູງ. 


ໂຮງງານຄົ້ນຄວ້າ ແລະ ຜະລິດໂຟມມອດໄຟຂອງ VinaFoam ຕາມມາດຕະຖານ ເອີຣົບ ຫາກໍ່ໄດ້ເປີດນຳໃຊ້
ຢ່າງເປັນທາງການທີ່ເຂດອຸດສາຫະກຳ VSIP ຫາຍເຢືອງ.



ຜູ້ຕາງໜ້າບັນດາສາຂາຈຳໜ່າຍໂຟມມອດໄຟ ທີ່ຂົງເຂດ ອາຊີ-ປາຊີຟິກ ມາເຂົ້າຮ່ວມພິທີເປີດນຳໃຊ້ໂຮງງານຜະລິດ ໂຟມມອດໄຟ VinaFoam. 


ຫ້ອງການຄົ້ນຄວ້າ ແລະ ທົດລອງ ໂຟມມອດໄຟ ທີ່ທັນສະໄໝຂອງ VinaFoam. 


ເຄື່ອງຈັກທີ່ທັນສະໄໝ ໄດ້ນຳໃຊ້ໃນການຄົ້ນຄວ້າ ກ່ຽວກັບ ໂຟມມອດໄຟ ທີ່ VinaFoam. 

ເວົ້າເຖິງໄລຍະເລີ່ມຕົ້ນການດຳເນີນທຸລະກິດ, ທ່ານ ຫງວຽນ ແທງ ຕວັນ, ຜູ້ອຳນວຍການໃຫຍ່ບໍລິສັດ VINAFOAM ໃຫ້ຮູ້ວ່າ: “ຂ້າພະ ເຈົ້າພ້ອມກັບບັນດານັກວິສາວະກອນໜຸ່ມ ຂອງ VINAFOAMຢາກ ປະດິດສ້າງບັນດາປະເພດໂຟມມອດໄຟ ທີ່ມີຄຸນປະໂຫຍດ ສູງໃນ ການປ້ອງກັນ, ຕ້ານໄຟໄໝ້, ບໍ່ສ້າງຜົນກະທົບຕໍ່ ສິ່ງແວດລ້ອມ, ແຕ່ ຍັງຮັບປະກັນຄຸນນະພາບ, ຄວາມປອດໄພ ໃຫ້ແກ່ນັກດັບເພີງ ໃນ ເວລານຳໃຊ້ ແລະ ປົກປັກຮັກສາສຸຂະພາບໃຫ້ປະຊາຄົມອີກດ້ວຍ”. 

ພາຍຫຼັງການຄົ້ນຄວ້າ, ປະດິດສ້າງ, ທົດລອງມາເປັນເວລາ 2 ປີ, ບັນດາປະເພດໂຟມມອດໄຟ ໄດ້ຜະລິດອອກມາ ແລະ ບັນລຸໄດ້ໃບ ຢັ້ງຢືນຄຸນນະພາບຂອງ ຫວຽດນາມ ແລະ ສາກົນຫຼາຍໃບຄື: EN 1568: 2018, ICAO, IMO, LASTFIRE, TCVN 7278: 2003 ແລະ ອື່ນໆ.

ບໍລິສັດ ໄດ້ສ້າງຕັ້ງສາຂາຈຳໜ່າຍຜະລິດຕະພັນຢູ່ໃນຫຼາຍປະເທດ ຂົງເຂດ ອາຊີ-ປາຊີຟິກ ແລະ ໄດ້ຮັບໃບສັ່ງຊື້ສິນຄ້າທີ່ສົ່ງອອກໄປ ປະເທດ ຟີລິບປິນ, ມາເລເຊຍ, ຍີ່ປຸ່ນ. ບໍລິສັດຜະລິດ ຈັກສູບຂອງ ຍີ່ປຸ່ນ ແມ່ນ Shinbaura ພວມຄົ້ນຄວ້າເພື່ອຊື້ ໂຟມມອດໄຟຂອງ VINAFOAM ເພາະວ່າ ເຂົາເຈົ້າຕີລາຄາສູງຕໍ່ຄວາມເປັນມິດ ຕໍ່ສິ່ງ ແວດລ້ອມ ຂອງຜະລິດຕະພັນ. 

ທ່ານ ດວ່ານວຽດແມ້ງ-ຫົວໜ້າກົມປ້ອງກັນອັກຄີໄຟ ແລະ ກູ້ໄພ ໃຫ້ ຮູ້ວ່າ: “VINAFOAM ໄດ້ຜະລິດ ແລະ ສະໜອງ ໂຟມມອດໄຟ, ແກ້ໄຂບັນດາກໍລະນີເກີດເຫດໄຟໄໝ້ ຢູ່ຫຼາຍຂົງເຂດຄື ເຂດອຸດສາ ຫະກຳ, ສາງເກັບສິນຄ້າ, ຕົວເມືອງໃຫຍ່, ຖານຂຸດຄົ້ນນຳ້ມັນ ອາຍ ແກັດ, ບໍ່ຖ່ານຫີນ, ອຸດສາຫະກຳກັ່ນຕອງນຳ້ມັນ, ການເດີນ ເຮືອທະ ເລ, ການເດີນອາກາດ, ຂົນສົ່ງທາງບົກ, ດັບເພີງ ແລະ ອື່ນໆ. ສິ່ງດັ່ງ ກ່າວຈະ ຊ່ວຍເຮັດໃຫ້ວຽກງານປ້ອງກັນອັກຄີໄຟ ຢູ່ ຫວຽດນາມ ປະ ຕິບັດ ໄດ້ດີກວ່າ”. ປັດຈຸບັນ, VINAFOAM ໄດ້ຈັດຕັ້ງການທົດລອງ ດັບເພີງດ້ວຍຂະໜາດໃຫຍ່ (ຕາມຄວາມ ຮຽກຮ້ອງຕ້ອງການ) ພາຍ ໃຕ້ການ ຄວບຄຸມກວດກາຂອງ ກົມປ້ອງກັນອັກຄີໄຟ ຫວຽດນາມ. 


ນັກວິສາວະກອນທີ່ VinaFoam ພວມທົດລອງ, ກວດກາ ໂຟມມອດໄຟ ທີ່ຫ້ອງທົດລອງມອດໄພ.


ພາຍໃນເຂດເກັບຮັກສາຜະລິດຕະພັນສຳເລັດຮູບຂອງ VinaFoam. 


ໂຟມມອດໄຟ VinaFoam ສ້າງຄວາມດຸນດ່ຽງປະສົມ ປະ ສານ ລະຫວ່າງ ການປົກປັກຮັກສາສິ່ງແວດລ້ອມ
ແລະ ມອດ ໄຟ ຢ່າງມີ ປະສິດທິຜົນສູງ.



ບັນດາຜະລິດຕະພັນ ຂອງ VinaFoam ໄດ້ມາດຕະຖານ ແລະ ໃບຢັ້ງຢືນ ສາກົນ ຄື: EN 1568: 2018, ICAO, ມາດ ຕະຖານພາຍໃນປະເທດ TCVN 7278: 2003. 
ທ່ານ Kurt Frankenberger-ຜູ້ອຳນວຍການບໍລິຫານກຸ່ມບໍລິສັດ Windshear, ຟີລິບປິນ ຢືນຢັນວ່າ ກຸ່ມບໍລິສັດ Windshear ເປັນ ໜຶ່ງໃນບັນດາຮ້ານຈໍາໜ່າຍ ແຫ່ງທໍາອິດ ໃນພາກພື້ນ ອາຊີ-ປາຊີ ຟິກ ທີ່ໄດ້ເຂົ້າຮ່ວມໃນເຄືອຂ່າຍຈຳໜ່າຍ ຜະລິດຕະພັນ ຂອງ VINAFOAM. ກຸ່ມບໍລິສັດ Windshear ມີໃບ ສັ່ງຊື້ໂຟມມອດໄຟ ສະບັບທຳອິດແມ່ນ 4.000 ລິດ. 

VINAFOAM ແມ່ນວິສາຫະກິດໜຸ່ມ, ສະນັ້ນ ຈຶ່ງຫັນໄປຕາມທິດພັດທະນາແບບຍືນຍົງ ແລະ ຜະລິດຕະພັນທີ່ຜະລິດອອກມາ ຈະ ໄດ້ນຳໃຊ້ໃນທົ່ວໂລກ. VinaFoam ຈະຜະລິດ ໂຟມມອດໄຟ 1 ລ້ານລິດ ແລະ ເພີ່ມຂຶ້ນ 30% ຕໍ່ປີ ດ້ວຍເປົ້າໝາຍເປີດກວ້າງຕະ ຫຼາດ ສົ່ງອອກໄປສູ່ ສ ອາເມລິກາ ແລະ ເອີຣົບ. 
ບົດ: ບິກເວິນ - ພາບ: ຫວຽດເກື່ອງ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top