• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານປະເທດດັ້ງທິງອກທິ້ງຕ້ອນຮັບຫົວໜ້າຜູ້ຕາງໜ້າກອງທຶນ ສປຊ ເພື່ອເດັກນ້ອຍ

      ຕອນບ່າຍວັນທີ 4/8, ຢູ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິງ ຕ້ອນຮັບທ່ານ Youssouf Abdel – jelil, ຫົວໜ້າຜູ້ຕາງໜ້າກອງທຶນ ສປຊ ເພື່ອເດັກນ້ອຍ ປະຈຳ ຫວຽດນາມ.

ຮອງປະທານປະເທດດັ້ງທິງອກທິ້ງຕ້ອນຮັບຫົວໜ້າຜູ້ຕາງໜ້າກອງທຶນສປຊເພື່ອເດັກນ້ອຍ 
      ນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອກທິງ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາປະຕິບັດບັນດາເນື້ອໃນສົນທິສັນຍາກ່ຽວກັບສິດຂອງເດັກຄື: ກົດໝາຍວ່າດ້ວຍເດັກນ້ອຍ. ໃນໄລຍະຈະມາເຖິງ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິງ ສະເໜີກອງທຶນ ສປຊ ເພື່ອເດັກນ້ອຍ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນຫຼາຍບັນຫາທີ່ ຫວຽດນາມ ເອົາໃຈໃສ່ຄື: ການປ້ອງກັນ, ຕ້ານການຂົ່ມຂືນທຳສຳເລົາເດັກ; ການໜູນຊ່ວຍເດັກນ້ອຍທີ່ດຳລົງຊີວິດໃນຄອບຄົວທຸກຍາກ; ການຫຼຸດຜ່ອນອັດຕາສ່ວນເດັກພິການລົງ…
        ສ່ວນທ່ານ Youssouf Abdel – jelil, ກໍ່ຢືນຢັນເຖິງຄວາມປາຖະໜາຢາກສືບຕໍ່ສາຍພົວພັນຮ່ວມມືອັນດີງາມລະຫວ່າງ ກອງທຶນ ສປຊ ເພື່ອເດັກນ້ອຍ ກັບ ຫວຽດນາມ. ພ້ອມທັງສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນຢ່າງແຮງຈາກລັດຖະບານ ຫວຽດນາມ ທີ່ມີຕໍ່ວຽກງານຂອງກອງທຶນ ສປຊ ເພື່ອເດັກນ້ອຍ ໃນໄລຍະຜ່ານມາ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top