• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ນິວຊີແລນຍູ້ແຮງກາລະໂອກາດຮ່ວມມືລົງທຶນ


ທ່ານ​ລັດ​ຖະ​ມົນ​ຕີ ຫວູ​ຮຸຍ​ຮ່​ວາງ
(ພາບ​ປະ​ກອ​ບ)
​​      ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ລົງ​ນາມ​ໃນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າ​ມ​ປາ​ຊີ​ຟິກ (TPP) ຢູ່​ນິວ​ຊີ​ແລນ ຂອງ​ທ່ານ​ລັດ​ຖະ​ມົນ​ຕີ ຫວູ​ຮຸຍ​ຮ່​ວາງ, ​ ​ກະ​ຊວງ​ອຸດ​ສາ​ຫະ​ກຳ, ການ​ຄ້າ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ນິວ​ຊີ​ແລນ ແລະ ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ​ອາ​ຊຽນ - ນິວ​ຊີ​ແລນ (ANZBC) ຈັດ​ຕັ້ງເວ​ທີ​ປາ​ໄສ​ຮ່​ວມ​ມືອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວ​ຽດ​ນາມ - ນິວ​ຊີ​ແລນ ໃນ​ວັນ​ທີ 03/02, ຢູ່​ນະ​ຄອນ Auckland. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ລັດ​ຖະ​ມົນ​ຕີ ຫວູ​ຮຸຍ​ຮ່​ວາງ ເນັ້ນ​ໜັກ​ວ່າ, ກາ​ລະ​ໂອ​ກາດ​ເຊິ່ງ TPP ນຳ​ມາ​ໃຫ້​ຫວຽດ​ນາມ ແລະ ນິວ​ຊີ​ແລນ ເມື່ອ​ທັງ 2 ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລັກ​ສະ​ນະຊ່ວຍ​ກັນ​ຢ່າງ​ເຕັມ​ຊ່ວນ. ​ທີ່​ເວ​ທີ​ປາ​ໄສ, ຜູ້​ຕາງ​ໜ້າ​ກະ​ຊວງ​ອຸ​ດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ໄດ້​​ແນະ​ນຳ​ບາງ​ຈຸດ​ຕົ້ນ​ຕໍ່​ກ່ຽວ​ກັບ​ສະ​ພາບ​ແວ​ດ​ລ້ອ​ມ​ແຫ່ງ​ການ​​ດຳ​ເນີນ​ທຸ​ລະ​ກິດ ແລະ ລົງ​ທຶນ​ຕ່າງ​ປະ​ເທດຢູ່​ຫວຽດ​ນາມ. ບັນ​ດາ​ກຸ​່ມບໍ​ລິ​ສັດ​ໃຫຍ່ຂອງ 2 ປະ​ເທດ​ກໍ​ແລກ​ປ່ຽນ​ບົດ​ຮຽນ ກໍ​ຄື​ກາ​ລະ​ໂອ​ກາດ​ລົງ​ທຶນ​ຢູ່​ຫວຽດ​ນາມ.
      ສິ້ນ​ສຸດ​ເວ​ທີ​ປາ​ໄສ, ກົມ​ສົ່ງ​ເສີມ​ການ​ຄ້າ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ຫວຽດ​ນ​າມ ໄດ້​ລົງ​ນາມ​ເອ​ກະ​ສານ​ຮ່ວມ​ມື ແລະ ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກັບ​ບັນ​ດາ​ຄູ່​ຮ່​ວມ​ມື​ນິວ​ຊີ​ແລນ: ເອ​ກະ​ສານ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ວິ​ສາ​ຫະ​ກິດ ແລະ ການ​ຄ້າ​ນິວ​ຊີ​ແລນ, ບົດ​ບັນ​ທຶກ​ຊ່ວຍ​ຈ​ຳ​ກັບ​ສະ​ພາ​ດຳ​ເນີນ​ທ​ຸ​ລະ​ກິດ​ອາ​ຊຽນ - ນິວ​ຊີ​ແລນ, ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກັບ​ສະ​ຫະ​ພັນ​ສົ່ງ​ອອກ​ນິວ​ຊີ​ແລນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top