• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ນອນໃນກຸ່ມ 50 ພື້ນຖານເສດຖະກິດຂອງໂລກ

      ກ່ຽວກັບໜ້າທີ່ຂອງປີ 2018, ທ່ານນາຍົກລັດຖະມົນຕີຮຽກຮ້ອງ ຕ້ອງການສູ້ຊົນ ເພື່ອບັນລຸລະດັບເຕີບໂຕ 6,7 %.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: VGP)
      ກ່າວຄຳເຫັນສິ້ນສຸດກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນໃນຕອນເຊົ້າວັນທີ 29 ທັນວາ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ: ຂອບຂະໜາດ GDP ແຫ່ງຊາດບັນລຸໄດ້ຕົວເລກ 5 ລ້ານຕື້ດົ່ງ (ເທົ່າກັບ 220 ຕື້ USD). ຫວຽດນາມ ບືນຕົວຂຶ້ນນອນໃນກຸ່ມ 50 ພື້ນຖານເສດຖະກິດຂອງໂລກ. ປີ 2017 ກໍ່ຮັບຮູ້ບັນດາສະຖິຕິກ່ຽວກັບຍອດຈຳນວນເງິນລົງທຶນ FDI, ວົງເງິນສົ່ງອອກ, ຈຳນວນວິສາຫະກິດສ້າງຕັ້ງໃໝ່, ຈຳນວນແຂກທ່ອງທ່ຽວ, ສ້າງໂຄງປະກອບໜີ້ສາທາລະນະຄືນໃໝ່…ກ່ຽວກັບໜ້າທີ່ຂອງປີ 2018, ທ່ານນາຍົກລັດຖະມົນຕີຮຽກຮ້ອງ ຕ້ອງສູ້ຊົນ ເພື່ອບັນລຸລະດັບເຕີບໂຕ 6,7 %. ຫັນໜ້າທີ່ເປັນລະອຽດ, ທ່ານນາຍົກລັດຖະມົນຕີຖືວ່າ:
        “ຄວນສຸມໃສ່ຊຸກຍູ້ເລື່ອງເພີ່ມສະມັດຕະພາບແຮງງານ, ປັບປຸງດັດຊະນີຕີລາຄາຄຸນນະພາບ ຊີວິດການເປັນຢູ່ຂອງປະຊາຊົນຈະແຈ້ງກ່ວາ, ຕົວຢ່າງຄື: ດັດຊະນີກ່ຽວກັບສະພາບແວດລ້ອມ, ສັງຄົມມີຄວາມສະຫງົບສຸກກ່ວາ, ປະຊາຊົນທຸກຄົນ, ເປັນຕົ້ນແມ່ນຄົນທຸກຍາກ, ຜູ້ດ້ອຍໂອກາດມີຊີວິດການເປັນຢູ່ດີກ່ວາທັງດ້ານວັດຖຸ ແລະ ຈິດໃຈ. ນັ້ນແມ່ນຄວາມໝາຍຂອງການພັດທະນາແບບຍືນຍົງ”.
        ທ່ານນາຍົກລັດຖະມົນຕີວາງບັນຫາຄວນມີມາດຕະການສ້າງພື້ນຖານເສດຖະກິດເປັນເຈົ້າຕົນເອງໃນສະພາບການໃໝ່. ທ່ານນາຍົກລັດຖະມົນຕີກ່າວວ່າ:
        “ຄວນມີມາດຕະການກໍ່ສ້າງພື້ນຖານເສດຖະກິດເປັນເຈົ້າຕົນເອງ, ບໍ່ແມ່ນພື້ນຖານເສດຖະກິດຂຶ້ນກັບ. ພວກເຮົາຍູ້ແຮງການເຊື່ອມໂຍງເສດຖະກິດແມ່ນມີຄວາມຈຳເປັນ ແຕ່ຕ້ອງຄິດເຖິງບັນຫານີ້. ໜູນຊ່ວຍລັດວິສາຫະກິດ, ເອກະຊົນ, ສະຫະກອນ. ບັນດາອົງການແຫ່ງລັດ ມານະພະຍາຍາມເປີດກ້ວາງການເຈລະຈາ ເພື່ອມີຕະຫລາດຕື່ມອີກ, ຫັນການພົວພັນ, ຄູ່ຮ່ວມມືເປັນຫລາຍຮູບຫລາຍແບບຈຸດປະສົງຕົ້ນຕໍແມ່ນ ເພື່ອບໍ່ໃຫ້ພື້ນຖານເສດຖະກິດຖືກຕົກຢູ່ໃນທ່າຮັບ, ບໍ່ຂຶ້ນກັບບໍ່ວ່າຜູ້ໃດ.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top