• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການພົບປະແລກປ່ຽນວັດທະນະທຳສິລະປະເດັກນ້ອຍເຍົາວະຊົນຫວຽດນາມ-ລາວ-ກຳປູເຈຍ


ລາຍການພົບປະແລກປ່ຽນວັດທະນະທຳສິລະປະເດັກນ້ອຍ
ເຍົາວະຊົນຫວຽດນາມ-ລາວ-ກຳປູເຈຍ
      ຕອນ​ຄ່ຳ​ວັນ​ທີ 30/07 ຢູ່​ນະຄອນ ​ໂຮ່ຈີ​ມິນ, ມີ​ຜູ້​ແທນ​ຈາກ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ ກ່ວາ 200 ຄົນ ພ້ອມ​ກັນ​ເຂົ້າ​ຮ່ວມ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ສິລະ​ປະ. ນີ້​ແມ່ນ​ເຫດການ​ຈຸດ​ສຸມ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ລາຍການ​ພົບ​ປະ​ແລກປ່ຽນ​ເຍົາວະ​ຊົນ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ ທີ່​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 28/07 – 31/07 ​ໂດຍ​ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ ຈັດ​ຕັ້ງ. ​ເຂົ້າ​ຮ່ວມ​ລາຍການ ​ເຍົາວະ​ຊົນ 3 ປະ​ເທດ ພ້ອທກັນ​ຮ້ອງ​ເພງ​ດ້ວຍ​ບັນດາ​ບົດ​ເພງ​ທີ່ຍ້ອງຍໍ​ນ້ຳ​ໃຈ​ສາມັກຄີ - ສັນຕິພາບ - ມິດຕະພາບຂອງ 3 ປະ​ເທດ, ຍ້ອງຍໍ​ນ້ຳ​ໃຈ​ຮັກ​ບ້ານ​ເກີດ​ເມືອງ​ນອນ, ຮັກຫອມ​ສັນຕິພາບ. ນ້ອງ​ສາວ Ek Chamnan ຄະນະ​ເຍົາວະ​ຊົນ​ລາຊະ​ອານາຈັກ ກຳປູ​ເຈຍ ​ແບ່ງປັນ​ວ່າ:
        “ນ້ອງຮູ້ສຶກ​ພາກພູມ​ໃຈທີ່​ສຸດ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ລາຍການ​ພົບ​ປະ​ແລກປ່ຽນ​ກັບ​ບັນດາ​ເພື່ອ​ນ ເຍົາວະ​ຊົນ ຫວຽດນາມ ​ແລະ ລາວ. ນ້ອງ​ເຫັນ​ວ່າ ພວກ​ເພື່ອນ ຫວຽດນາມ ມີ​ຄວາມ​ພາກພູມ​ໃຈ, ສະໜິດສະໜົມ​ທີ່​ສຸດ ຜ່ານ​ລາຍການ​ດັ່ງກ່າວ ພວກ​ນ້ອງ​ຍິ່ງ​ມີຄວາມ​ສາມັກຄີນຳກັນ. ຄ່ຳມື້​ນີ້ ນ້ອງ​​ສະ​ແດງ​ລາຍການ​​ເວົ້າ​ເຖິງ​ຄວາມ​ງາມ​ຂອງ​ປະ​ເທດ ກຳປູ​ເຈຍ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top