• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບຝົນຕົກ, ນ້້ຳຖ້ວມທາງພາກເໜືອ ຫວຽດນາມ: ມີ 4 ຄົນເສຍຊີວິດ, 4 ຄົນຫາຍສາບສູນ, 9 ຄົນຖືກບາດເຈັບ, ເສຍຫາຍ 255 ຕື້ດົ່ງ

ຝົນຕົກແກ່ຍາວໃນຊຸມມື້ຜ່ານມາຢູ່ບັນດາແຂວງທາງພາກເໜືອ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງນັບທັງທາງດ້ານຊີວິດອິນຊີ ແລະ ຊັບສິນ.
  ເມື່ອງ​ທານ ແມ່ນ​ເຂດ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ຢູ່ ລາຍ​ເຈົາ. (ພາບ: VNA)  

ຕາມ​ບົດ​ລາຍ​ງານ​ຂອງ​ກົມ​ຄຸ​້ມ​ຄອງ​ຂັບ​ຄູ ແລະ ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ແລ້ວ, ໄລ່​ຮອດ​ຕອນ​ເຊົ້າ​ວັນ​ທີ 19 ກໍ​ລະ​ກົດ, ມີ 4 ຄົນ​ເສຍ​ຊີ​ວິດ, 4 ຄົນ​​ຫາຍ​ສາບ​ສູນ ແລະ 9 ຄົນ​ຖືກ​ບາ​ດ​ເຈັບ, ລ້ວນ​ແຕ່​ຢູ່​ແຂວງ ລາຍ​ເຈົາ. ​ ​ຄາດ​ວ່າ ​ຄວາມເສຍ​ຫາຍ​ທັງ​ໝົດ​ແມ່ນ​ປະ​ມານ 255 ຕື້​ດົ່ງ (ປະ​ມານ 9,7 ລ້ານ USD), ໃນ​ນັ້ນ, ລາຍ​ເຈົາ ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ດ້ວຍ​ປະ​ມານ 190 ຕື້​ດົ່ງ (ກວ່າ 7,2 ລ້ານ USD).

ຕໍ່​ໜ້​າ​ສະ​ພາບ​ການ​ສັບ​ສົ​ນຂອງ​ໄພ​ທຳ​ມະ​ຊາດ, ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ ໄດ້​​ສົ່ງໂທ​ລະ​ເລກ​ຊີ້​ນຳ​ຫຼາຍ​ສະ​ບັບ​ເພື່ອ​ຮັບ​ມື. ຕອນ​ເຊົ້າ​ວັນ​ທີ 19 ກໍ​ລະ​ກົດ, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ ໂດຍ​ທ່ານ ຫງວຽນ​ຮ່​ວາງ​ຮຽບ, ຮອງ​ລັດ​ຖະ​ມົນ​ຕີ ນຳ​ໜ້າ ໄດ້​ໄປ​ແຂວງ ລາຍ​ເຈົາ ເພື່ອ​ຊີ້​ນຳ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14

ໄຂກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14

ບັນດານະໂຍບາຍຊີ້ຂາດຂອງສູນກາງໄດ້ຮັບຮອງເອົາ ຕ້ອງສ້າງ 4 ບາດກ້າວຫັນປ່ຽນຍຸດທະສາດ

Top