• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຕອບບຸນແທນຄຸນຜູ້ມີຄຸນງານຄວາມດີຢູ່ນະຄອນ ໂຮ່ຈີມິນ

ພັກ, ລັດ ຖືວຽກງານເບິ່ງແຍງດູແລບັນດາຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ, ທະຫານເຈັບປວຍ, ຄອບຄົວມີນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນຈຸດສຸມດ້ານການເມືອງ, ສະແດງໃຫ້ເຫັນລັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”.
  ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດານັກຮົບເສຍອົງຄະ, ທະຫານເຈັບປວຍຢູ່ສູນເບິ່ງແຍງດູແລມະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີ ລອງເດີດ. (ພາບ: VNA)  

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 79 ປີແຫ່ງວັນ​ທະ​ຫ​ານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ (27 ກໍ​ລະ​ກົດ 1947 – 27 ກໍ​ລະ​ກົດ 2026), ຕອ​ນ​ເຊົ້າ​ວັນ​ທີ 19 ກໍ​ລະ​ກົດ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ໄປ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ​ນັກ​ຮົບ​ເສຍ​ອົ​ງ​ຄະ, ທະ​ຫານ​ເຈັບ​ປວຍ​ຢູ່​ສູນ​ເບິ່ງແຍງ​ດູ​ແລ​ມະ​ຫານ​ເສຍ​ອົງ​ຄະ ແລະ ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ລອງ​ເດີດ, ຢູ່​ຕາ​ແສງ ລອ​ງ​ຫາຍ, ນະ​ຄອນ ໂຮ່​ຈີ​ມິນ.

ກ່າ​ວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ຢືນ​ຢັນ​ວ່າ ພັກ, ລັດ ຖື​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ບັນ​ດາ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ, ທະ​ຫານ​ເຈັບ​ປວຍ, ຄອບ​ຄົວ​ມີ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດ​ແມ່​ນ​ຈຸດ​ສຸມ​ດ້ານ​ການ​ເມືອງ, ສະ​ແດງ​ໃຫ້​ເຫັນ​ລັກ​ສິນ​ທຳ “ກິນ​ເຂົ້າ​ຄິດ​ຮອດ​ຄຸ​ນ​ນາ, ກິນ​ປາ​ຄິດ​ຮອດ​ຄຸ​ນ​ນ້ຳ”. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ ສະ​ເໜີ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ນະ​ຄອນ ໂຮ່​ຈີ​ມິນ ຕ້ອງ​ສືບ​ຕໍ່​ກວດ, ປິ່ນ​ປົວ​ພະ​ຍາດ​ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປວຍ, ຄອບ​ຄົວ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິ​ດ​ເພື່ອ​ຊາດ; ຍູ້​ແຮງວຽກ​ງານ​ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ.

  ທ່ານ ຫງວຽນຟີລອງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຖະຫວາຍທູບທຽນ, ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9 (ພາບ: VNA)  

ກ່ອນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 18 ກໍ​ລະ​ກົດ, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນ​ະ​ພັ​ກ​ແນວ​ໂຮມ​ປະ​ເທດ​ຊາດ, ບັນ​ດາ​ໝູ່​ຄະ​ນະ​ສູນ​ກາງ, ໂດຍ​ທ່ານ ຫງວຽນ​ຟີ​ລອງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ, ດອກ​ໄມ້​ເພື່ອ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ເຂດ​ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ແຫ່ງ​ຊາດ​ທາງ​ເລກ 9 ແລະ ເຂດ​ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ແຫ່ງ​ຊາດ ເຈື່ອງ​ເຊີນ, ແຂວງ ກວາງ​ຈີ້.

ເຂດ​ສຸ​ສານນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດ​ເສັ້ນທ​າງ​ເລກ 9 ແມ່ນ​ແຫ່ງ​ຝັງ​ສົບ​ຂອງ​ນັກ​ວິ​ລະ​ຊົນ​ທີ່​ເສຍ​ສະ​ຫຼະ​ຊິ​ວີດ​ເພື່ອ​ຊາດ​ເກືອ​ບ 11.000 ຄົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດຢູ່​ແນວ​ຮົບເສັ້ນ​ທາງ​ເລກ 9 ແລະ ຢູ່​ປະ​ເທດ ລາວ ໃນ​ສົງ​ຄາມ​​ຕໍ່​ສູ້, ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ ແລະ ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14

ໄຂກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14

ບັນດານະໂຍບາຍຊີ້ຂາດຂອງສູນກາງໄດ້ຮັບຮອງເອົາ ຕ້ອງສ້າງ 4 ບາດກ້າວຫັນປ່ຽນຍຸດທະສາດ

Top