ລາຍການ Carnival - ເດີນຂະບວນລົດດອກໄມ້ Festival ທະເລ ແຄັງຮ່ວາ 2026 ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 18 ກໍລະກົດ, ຢູ່ສະໜາມຫຼວງ 2 ເມສາ ແລະ ເສັ້ນທາງ ເຈິ່ນຝູ, ຕາແສງ ຍາຈາງ, ແຂວງ ແຄັງຮ່ວາ.
ມີນັກສິລະປິນ, ນັກສິລະປະການ, ນັກສະແດງ ພ້ອມກັບຄະນະນັກສີລະປະຢູ່ພາຍໃນ ແລະ ຕ່າງປະເທດກວ່າ 1.500 ຄົນ. (ພາບ: VNA)
ລາຍການມີການເຂົ້າຮ່ວມຂອງລົດແຫ່ດອກໄມ້ 10 ຄັນ, ມີນັກສິລະປິນ, ນັກສິລະປະການ, ນັກສະແດງ ພ້ອມກັບຄະນະນັກສີລະປະຢູ່ພາຍໃນ ແລະ ຕ່າງປະເທດກວ່າ 1.500 ຄົນ. ບັນດາຄະນະເດີນຂະບວນມາຈາກ ລາວ, ສ.ເກົາຫຼີ, ລັດເຊຍ ແລະ ວານູຕົວ ໄດ້ສະແດງຫຼາຍລາຍການຮ້ອງລຳທຳເພງ, ຟ້ອນ, ສີລິປະທ້ອງຖະໜົນທີ່ຟົດຟື້ນ, ສ້າງສີສັນພົບປະແລກປ່ຽນທີ່ມີຫຼາຍຮູບຫຼາຍສີຢູ່ເຂດທະເລ ຍາຈາງ.
Carnival ທ້ອງຖະໜົນແມ່ນໜຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນຂອງ Festival ທະເລ ແຄັງຮ່ວາ 2026. ລາຍການຈັດຂຶ້ນເພື່ອສ້າງຜະລິດຕະພັນດ້ານວັດທະນະທຳ, ທ່ອງທ່ຽວຍາມຕອນຄ່ຳຕື່ມອີກ, ພ້ອມກັນນັ້ນໂຄສະນາພາບພົດເຂດດິນແດນນີ້ເຖິງເພື່ອມມິດຢູ່ພາຍໃນປະເທດ ແລະ ສາກົນ. ຜ່ານສິລະປະ, ດົນຕີ ແລະ ບັນດາລົດດອດໄມ້ມີຂອບຂະໜາດໃຫຍ່, ລາຍການຢາກສົ່ງສານກ່ຽວກັບການພັດທະນາເສດຖະກິດທະເລ ຕິດພັນກັບການອະນຸລັກຮັກສາມໍລະດົກ, ປົກປັກຮັກສາສິ່ງແວດລ້ອມ ແລະ ການເຊື່ອມໂຍງເຂົ້າກັບສາກົນ.
(ແຫຼ່ງຄັດຈາກ VOV)