ໃນຂະນະນັ້ນ, ດ້ວຍການຍິງເຂົ້າ 3 ປະຕູຢ່າງລຽນຕິດ, ນັກກິລາ Mbappe ຂອງ ຝລັ່ງ ເປັນຜູ້ຍິງເຂົ້າປະຕູຫຼາຍກ່ວາໝູ່ທີ່ World Cup 2026 ດ້ວຍທັງໝົດ 10 ປະຕູ.
ທິມບານເຕະ ອັງກິດ ຢືນອັນດັບທີ 3 World Cup 2026. (ພາບ: ຊີນຮົວ/VNA)
ທິມບານເຕະ ອັງກິດ ໄດ້ອັດການແຂ່ງຂັນທີ່ World Cup 2026 ດ້ວຍໄຊຊະນະຕໍ່ທິມບານເຕະ ຝລັ່ງ ດ້ວຍ 6 ປະຕູຕໍ່ 4 ໃນນັດແຂ່ງຂັນຍາດອັນດັບທີ 3 ຈັດຂຶ້ນໃນວັນທີ 18 ກໍລະກົດ (ຕາມເວລາທ້ອງຖິ່ນ), ຢູ່ສະໜາມກິລາ Hard Rock, Miami, ອາເມລິກາ. ການແຂ່ງຂັນລະຫວ່າງ 2 ທິມບານເຕະ ເອີລົບ ໄດ້ເຫັນປະຈັກຕາການຍິງເຂົ້າ 10 ປະຕູ, ນຳມາເຊິ່ງນັດແຂ່ງຂັນດຶງດູດໃນງານແຂ່ງຂັນ.
ໃນເຄິ່ງທຳອິດ 1, ອັງກິດ ໄດ້ເອົາຊະນະຕໍ່ທິມບານເຕະ ຝລັ່ງ ດ້ວຍ 4 ປະຕູຕໍ່ 0, ໃນເຄິ່ງທີ 2, ທິມບານເຕະ ຝລັ່ງ ໄດ້ຍິງເຂົ້າ 3 ປະຕູ. ແຕ່ເຖິງຢ່າງໃດກໍ່ຕາມ, ສິ້ນສຸດການແຂ່ງຂັນ 90 ນາທີ, ໄຊຊະນະສຸດທ້າຍແມ່ນຂຶ້ນກັບທິມບານເຕະ ອັງກິດ ດ້ວຍ 6 ປະຕູຕໍ່ 4. ໄຊຊະນະນີ້ໄດ້ຊ່ວຍ ອັງກິດ ຍາດໄດ້ອັນດັບທີ 3 ທີ່ World Cup 2026.
ໃນຂະນະນັ້ນ, ດ້ວຍການຍິງເຂົ້າ 3 ປະຕູຢ່າງລຽນຕິດ, ນັກກິລາ Mbappe ຂອງ ຝລັ່ງ ເປັນຜູ້ຍິງເຂົ້າປະຕູຫຼາຍກ່ວາໝູ່ທີ່ World Cup 2026 ດ້ວຍທັງໝົດ 10 ປະຕູ.
(ແຫຼ່ງຄັດຈາກ VOV)