• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊອກໄດ້ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 100 ອັດຖິ ແລະ 2 ເຂດຝັງສົບລວມຢູ່ສວນສາທາລະນະ ເລທິຣຽງ

ບັ້ນ​ເຄື່ອນ​ໄຫວ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 15 ມີ​ນາ 2026 ຮອດ​ວັນ​ທີ 27 ກໍ​ລະ​ກ​ົດ 2027, ​ໂດຍວາງ​ອອກ​ເປົ້າ​ໝາຍ​ທ້​ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດ​ປະ​ທານ 7.000 ອັດ​ຖິ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸ່ນ​ຈາກ 18.000 ຕົວ​ຢ່າງ.
  ໄລ່ຮອດປະຈຸບັນ, ກຳລັງທີ່ມີໜ້າທີ່ໄດ້ຊອກຫາ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດລວມ 100 ອັດຖິ, 2 ເຂດຝັງສົບລວມ. (ພາບ: VNA)  

ວັນ​ທີ 18 ກໍ​ລະ​ກົດ, ກົມກອງ​ຊອກ​ຫ​າ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ຂຶ້​ນ​ກັບ​ກອງ​ບັນ​ຊາ​ການ​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ພົບ​ເຫັນ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຕື່ມ​ອີກ 4 ອັດ​ຖິ ພ້ອມ​ກັບວັດ​ຖຸ​​ຝັງໄປ​ພ້ອມ​ຢູ່​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ, ນະ​ຄອນ ໂຮ່​ຈີ​ມິນ.

ສະ​ນັ້ນ, ໄລ່​ຮອດ​ປ​ະ​ຈຸ​ບັນ, ກຳ​ລັງ​ທີ່​ມີ​ໜ້າ​ທີ່​ໄດ້​ຊອກ​ຫາ ແລະ ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ລວມ 100 ອັດ​ຖິ, 2 ເຂດ​ຝັງ​ສົບ​ລວມ​ ພ້ອມ​ກັບ​ວັດ​ຖຸ​ຝັ​ງ​ໄປ​ພ້ອມ​ຫຼາຍ​ຢ່າງ​ຢູ່​ເຂດ​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ. ກອງ​ບັນ​ຊາ​ການ​ນະ​ຄອນ ໂຮ່​ຈີ​ມິນ ພວມ​ສົມ​ທົບ​ກັບ​ໂຮງ​ໝໍ​ເສ​ນາ​ຮັກ 175 ເກັບ​ເອົາ​ຕົວ​ຢ່າງ ADN ຈາກ​ບັນ​ດາ​ອັດ​ຖິ, ພ້ອ​ມ​ກັນ​ນັ້​ນ​ເກັບ​ເອົາ​ຕົວ​ຢ່າງ​ຂອງ​ຍາດ​ຕິ​ພີ່​ນ້ອງ​ເພື່ອປ​ຽບ​ທຽບ, ຢັ້ງ​ຢືນຊື່ ​ແລະ ​ນາ​ມ​ສະ​ກຸນ. ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ກຳ​ລັງ​ຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຈະ​ສືບ​ຕໍ່​ເປີດກວ້າງ​ຂອບ​ເຂດ​ຊອກ​ຫາ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ຂຶ້ນ​ກັບ “ບັ້ນ​ເຄື່ອນໄຫວ 500 ວັ​ນ ແລະ ຄືນ​” ມຸ່ງ​ໄປ​ເຖິງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ. ບັ້ນ​ເຄື່ອນ​ໄຫວ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 15 ມີ​ນາ 2026 ຮອດ​ວັນ​ທີ 27 ກໍ​ລະ​ກ​ົດ 2027, ​ໂດຍວາງ​ອອກ​ເປົ້າ​ໝາຍ​ທ້​ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດ​ປະ​ທານ 7.000 ອັດ​ຖິ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸ່ນ​ຈາກ 18.000 ຕົວ​ຢ່າງ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14

ໄຂກອງປະຊຸມຄັ້ງທີ 3 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 14

ບັນດານະໂຍບາຍຊີ້ຂາດຂອງສູນກາງໄດ້ຮັບຮອງເອົາ ຕ້ອງສ້າງ 4 ບາດກ້າວຫັນປ່ຽນຍຸດທະສາດ

Top