ຕາມຕົວເລກສະຖິຕິຫຼ້າສຸດຂອງກົມພາສີແລ້ວ, ການສົ່ງອອກ - ນຳເຂົ້າໃນ 15 ມື້ຕົ້ນເດືອນ ກໍລະກົດ 2026 ຂອງ ຫວຽດນາມ ສືບຕໍ່ຮັກສາໃນລະດັບສູງ, ດ້ວຍວົງເງິນການຄ້າກວ່າ 51,5 ຕື້ USD. ໂດຍລວມແລ້ວ, ນັບແຕ່ຕົ້ນປີມາຮອດວັນທີ 15 ກໍລະກົດ, ຍອດວົງເງິນສົ່ງອອກ - ນຳເຂົ້າໃນທົ່ວປະເທດໄດ້ເກີນຕົວເລກ 601 ຕື້ USD.
ກ່ຽວກັບການສົ່ງອອກ, ບັນດາໝວດສິນຄ້າໃຫຍ່, ຄື: ຄອບພິວເຕີ, ເຄື່ອງເອເລັກໂຕນິກ ແລະ ເຄື່ອງອາໄລ, ເຄື່ອງຈັກ, ເຄື່ອງຕຳແຜ່ນຕັດຫຍິບ, ເກີບໜັງ... ສືບຕໍ່ເຕີບໂຕຢູ່ລະດັບຕັ້ງໜ້າ. ໃນ 6 ເດືອນຕົ້ນປີ, ການສົ່ງອອກໄປຍັງບັນດາຕະຫຼາດຫຼັກລ້ວນແຕ່ຢູ່ລະດັບເຕີບໂຕ 2 ຕົວເລກ, ຄື: ອາເມລິກາ ບັນລຸ 85,6 ຕື້ USD; ສະຫະພາບ ເອີລົບ ບັນລຸ 31,8 ຕື້ USD; ອາຊີຕາເວັນອອກສ່ຽງໃຕ້ ບັນລຸ 22,6 ຕື້ USD...
ກ່ຽວກັບການນຳເຂົ້າ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ຕີລາຄາວ່າ ການນຳເຂົ້າໄດ້ເພີ່ມຂຶ້ນເພື່ອຮັບປະກັນແຫຼ່ງວັດຖຸດິບສົ້ນເຂົ້າໃຫ້ແກ່ການຜະລິດ, ຕອບສະໜອງໃບສັ່ງຊື້ສິນຄ້າ, ພ້ອມກັນນັ້ນ ສ່ອງແສງທ່າອ່ຽງເປີດກວ້າງການລົງທຶນ ແລະ ກຳລັງການຜະລິດຂອງວິສາຫະກິດ.
ຕົວເລກກ່ຽວກັບການເຕີບໂຕໃນການສົ່ງອອກ - ນຳເຂົ້າກໍ່ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງນັກຊື້ສິນຄ້າທົ່ວໂລກຕໍ່ບັນດານັກສະໜອງສິນຄ້າ ຫວຽດນາມ ຍັງຢູ່ລະດັບສູງ, ຄາດວ່າ, ຮອດທ້າຍເດືອນ ກໍລະກົດ, ຍອດວົງເງິນສົ່ງອອກ - ນຳເຂົ້າຈະລືນຕົວເລກ 650 ຕື້ USD.
(ແຫຼ່ງຄັດຈາກ VOV)