
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ດົງນາຍ (ພາບ: VGP)
ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງນະໂຍບາຍ “ຕອບບຸນແທນຄຸນ”, ສະແດງຄວາມຮູ້ບຸນຄຸນ ບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ປາດຖະໜາວ່າ ຜູ້ມີຄຸນງາມຄວາມດີແຂວງ ດົງນາຍ ສືບຕໍ່ເສີມຂະຫຍາຍມູນເຊື້ອພິລະອາດຫານ, ກ້າຫານ; ສຶກສາໃຫ້ລຸ້ນໜຸ່ມ ຕັ້ງໜ້າອອກແຮງງານ, ຮ່ຳຮຽນ; ສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ ການພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ ແມ່ນວິທີດີເລີດ ເພື່ອສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.
(ແຫຼ່ງຄັດຈາກ VOV)