ຂ່າວສານ
ປະດັບຫຼຽນກາລະນຶກ ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດ ໃຫ້ເອກອັກຄະລັດທູດ ສິລັງກາ ປະຈຳຫວຽດນາມ
ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຫງວຽນເຟືອງງາ ເນັ້ນໜັກວ່າ ໃນອາຍຸການປະຕິບັດງານຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ Prasanna Gamage ໄດ້ມີການເຮັດວຽກຢ່າງຕັ້ງໜ້າ, ມີປະສິດທິຜົນ ເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສີລັງກາໃນຫຼາຍຂົງເຂດ.
ສ່ວນທ່ານ ເອກອັກຄະລັດຖະທູດ Prasanna Gamage ຢັ້ງຢືນວ່າ ຈະສືບຕໍ່ໂຄສະນາ, ແນະນຳພາບພົດທີ່ສວຍງາມຂອງ ຫວຽດນາມ ໄປຍັງເພື່ອນມິດສາກົນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍພື້ນຖານອັນດີງາມ, ການພົວພັນລະຫວ່າງ ສີລັງກາ - ຫວຽດນາມ ຈະສືບຕໍ່ພັດທະນາໃນທຸກຂົງເຂດຢ່າງແຮງກ່ວາອີກ.