ຕອນເຊົ້າວັນທີ 17 ພະຈິກ, ຢູ່ ມານີລາ, ປະເທດ ຟີລິບປິນ, ໃນຂອບເຂດ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມຂັ້ນສູງ ກ່ຽວຂ້ອງ, ທ່ານ ເລມິງຮືງ, ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບການນຳບັນດາປະເທດ ອາຊຽນ, ຈີນ, ຍີ່ປຸ່ນ ແລະ ສ ເກົາຫຼີ, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ +3 ຄັ້ງທີ 29.
ທ່ານ ເລມິງຮືງ, ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ +3 ຄັ້ງທີ 29 (ພາບ: VNA)
ທີ່ກອງປະຊຸມ, ທ່ານ ເລມິງຮືງ ສະເໜີໃຫ້ ອາຊຽນ +3 ຕ້ອງຍົກສູງປະສິດທິຜົນໃນການສຸມໃສ່ຮ່ວມມື ແລະ ສົມທົບກັນ, ພ້ອມທັງເປັນເຈົ້າການກວ່າ ໃນການສະກັດກັ້ນ ແລະ ຮັບມືກັບບັນດາສິ່ງທ້າທາຍໃໝ່. ເພື່ອຍົກສູງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສະກັດກັ້ນຄວາມສ່ຽງ ຂອງພາກພື້ນ, ທ່ານ ເລມິງຮືງ, ນາຍົກລັດຖະມົນຕີ, ສະເໜີວ່າ:
“ພວກເຮົາຄວນຍູ້ແຮງການເຊື່ອມຕໍ່ເສດຖະກິດ ແລະ ການຄ້າ, ໝູນໃຊ້ບັນດາສັນຍາການຄ້າເສລີ (FTA) ອາຊຽນ+1 ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ດີທີສຸດ; ປັບປຸງການສົມທົບກັນໃນຂົງເຂດບຸລິມະສິດຄື: ການເງິນ, ພະລັງງານ, ທັນຍາຫານ ແລະ logistics. ພິເສດ, ຄວນຄົ້ນຄ້ວາບັນດາຂັ້ນຕອນສົມທົບກັນໃນການຕິດຕາມກວດກາ ແລະ ແບ່ງປັນຂໍ້ມູນ, ກາວເຕືອນໄວ ແລະ ໃຫ້ຄຳປຶກສາທັນການ ເພື່ອແນໃສ່ຮັບປະກັນແຫຼ່ງສະໜອງ ໃນໄລຍະເວລາຖືກຂາດຕິດຂາດຕອນ. ຄຽງຄູ່ກັບກອງທຶນສະສົມເຂົ້າສານດ່ວນ, ກໍ່ຄວນເປີດກ້ວາງການຮ່ວມມືກ່ຽວກັບບັນດາປະເພດສິນຄ້າຈຳເປັນ ອື່ນໆ ແລະ ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ”.
ນາຍົກລັດຖະມົນຕີ ສະເໜີສ້າງວິໄສທັດໃໝ່ ໃຫ້ແກ່ການຮ່ວມມື ອາຊຽນ +3 ໃນໄລຍະໃໝ່, ຕິດພັນກັບວິໄສທັດ ປະຊາຄົມ ອາຊຽນ 2045 ແລະ ຕອບສະໜອງຄວາມຕ້ອງການພັດທະນາຂອງພາກພື້ນໃຫ້ດີກວ່າ. ທ່ານນາຍົກລັດຖະມົນຕີ ກໍ່ເນັ້ນໜັກບັນດາປະເທດຕ້ອງຢຶດໝັ້ນເຈລະຈາ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ແກ້ໄຂຄວາມແຕກຕ່າງກັນໂດຍສັນຕິວີທິ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີກົດບັດ ສປຊ, ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການຄ້າການ ເດີນເຮືອ ແລະ ການເຊື່ອມຕໍ່ logistics ແລະ ຖະແຫຼງກ່ຽວກັບການເພີ່ມທະວີການສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ,ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ ຕໍ່ໜ້າການຜັນແປຈາກພາຍນອກ ແລະ ການຂາດຕິດຂາດຕອນລະບົບຕ່ອງໂສ້ການສະໜອງ.
(ແຫຼ່ງຄັດຈາກ VOV)