ໂດຍໄດ້ຮັບຄຳເຊີນຂອງທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ແລະ ພັນລະຍາ, ວັນທີ 17 ພະຈິກ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ, ໄປເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສ ຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 33, ຢູ່ນະຄອນ ເຊີນເຈິງ, ແລະ ເຮັດວຽກສອງຝ່າຍຢູ່ ຈີນ ແຕ່ວັນທີ 17 – 20
ທ່ານ ໂຕເລີມ, ເລຂາທິການໃຫຍ່ມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ (ພາບ: VNA)
ເລື່ອງການນຳສູງສຸດຂອ ຫວຽດນາມ ເຂົ້າຮ່ວມສັບປະດາຂັ້ນສູງ APEC ຄັ້ງທີ 33 ສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ປະກອບສ່ວນຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມໃນການຮ່ວມມື ແລະ ການຮ່ວມສຳພັນເສດຖະກິດພາກພື້ນ.
ການໄປປະຕິບັດງານຂອງທ່ານ ໂຕເລີມ ແມ່ນການເຄື່ອນໄຫວພົວພັນຕ່າງປະເທດທີ່ມີຄວາມໝາຍສຳຄັນພິ ເສດ ນັບທັງສອງຝ່າຍ ແລະ ຫຼາຍຝ່າຍ, ພິເສດແມ່ນເມື່ອ ຫວຽດນາມ ກະກຽມໄດ້ຮັບບົດບາດເປັນປະເທດເຈົ້າພາບ APEC 2027, ຢັ້ງຢືນບົດບາດ, ຖານະບົດບາດ, ກຳລັງບົ່ມຊ້ອນ ແລະ ອິດທິພົນຊື່ສຽງການພົວພັນຕ່າງປະເທດນັບມື້ນັບສູງຂອງ ຫວຽດນາມ ແລະ ການປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນ APEC, ພ້ອມທັງສະແດງໃຫ້ເຫັນການກຽມພ້ອມຮັບບົດບາດເປັນປະເທດເຈົ້າພາບ APEC 2027.
ການໄປປະຕິບັດງານສືບຕໍ່ຢັ້ງຢືນ ຫວຽດນາມ ຖື ການພັດທະນາການພົວພັນກັບ ຈີນ ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ການເລືອກເຟັ້ນຍຸດທະສາດ ແລະ ບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ; ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງໝັ້ນທ່ຽງ, ຕັ້ງໜ້າ, ຮອບດ້ານ. ຜ່ານນັ້ນ, ນຳການຮ່ວມມືລະຫວ່າງສອງຝ່າຍກ້າວເຂົ້າສູ່ລວງເລິກ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ຕັ້ງໜ້າປະກອບສ່ວນ ໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນກໍ່ຄືຢູ່ໃນໂລກ.
(ແຫຼ່ງຄັດຈາກ VOV)