• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ​ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ພາຍຫຼັງ​ພິ​ທີ​ຕ້ອ​ນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ José Antonio Kast ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ, ດຳ​ເນີນ​ການ​ເຈ​ລະ​ຈາ

ຕອນ​ບ່າຍ​ວັນ​ທີ 16 ພະ​ຈິກ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ​ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບຢ່າງ​ສົມ​ກຽດ ​ທ່ານ José Antonio Kast ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ ແລະ ພັນ​ລະ​ຍາ​ ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງການ.

  ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ José Antonio Kast ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ (ພາບ: VNA)  

ພາຍຫຼັງ​ພິ​ທີ​ຕ້ອ​ນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ José Antonio Kast ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ, ດຳ​ເນີນ​ການ​ເຈ​ລະ​ຈາ; ພົບ​ປະ​ກັບ​ສື່ມວນ​ຊົນ.

ທີ່​ການ​ເຈ​ລະ​ຈາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ José Antonio Kast ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕີ​ລາ​ຄາ​ສູງ​ກາ​ນ​ພົວ​ພັນ ຫວຽດ​ນາມ ຈີ​ເລ ມີ​ເງື່ອນ​ໄຂ​ຄົບ​ຖ້ວນ​ເພື່ອ​ກ້າວ​ຂຶ້ນ​ສູ​ລະ​ດັບ​ພັດ​ທະ​ນາ​ໃໝ່, ດ້ວຍ​ລະ​ດັບ​ຄ​ວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ສູງກວ່າ, ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ແທ້​ຈິງກວ່າ. ທ່ານ​ ໂຕ​ເລິມ ແລະ ທ່ານ José Antonio Kast ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ຈີ​ເລ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ, ພ້ອມ​ທັງ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສ້າງ​ແຜນ​ການ​ກະ​ທຳ​ໂດຍ​ໄວ​ເພື່ອ​ຫັນ ແລະ ຜັນ​ຂະ​ຫຍາຍ 6 ເສົາ​ຄ້ຳ​ຫຼັກ​ໃນ​ຂອບ​ເຂດ​ໃໝ່​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

ກ​ານ​ນຳ​ສອງ​ທ່ານ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຄື: ກະ​ສິ​ກຳ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ແຮ່​ທາດ​ທີ່​ຈຳ​ເປັນ, ການ​ເງິນ - ທະ​ນາ​ຄານ, ເສດ​ຖະ​ກິດ​ທະ​ເລ, ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ການ​ສຶກ​ສາ ແລະ ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ; ຊຸກ​ຍູ້​ເຈ​ລະ​ຈາ, ມຸ່ງ​ໄປ​ເຖິງ​ການ​ລົງ​ນາມ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ເງິນ, ພາ​ສາ​ອາ​ກອນ ແລະ ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ.

ແລ​ະ​ກໍ​ໃນ​ຕອນ​ບ່າຍວັນ​ດຽວ​ກັນ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ທ່ານ ປະ​ທາ​ນາ​ທິ​ບໍ​ດີ José Antonio Kast ໄດ້​ພະ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ. ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ກ່ຽວ​ກັບ​ລະ​ດັບ​ຄວາມ​ສຳ​ຄັນ​ຂອງ​ການ​ສືບ​ຕໍ່​ປັບ​ປຸງ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຜ່ານ​ການ​ແລກ​ປ່​ຽນ​ຄະ​ນະ, ພົບ​ປະ​ໃນ​ທຸກ​ຊ່ອງ​ທາງ, ທຸກ​ຂັ້ນ; ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ, ສືບ​ຕໍ່​ສ້າງ​ແລວ​ນິ​ຕິ​ກຳ​ຢ່າງ​ສະ​ດວກ ແລະ ເປັນ​ປົກ​ກະ​ຕິ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເລືອກ 5 ທ້ອງ​ຖິ່ນ​ເປັນ​ສະ​ຖານ​ທີ່​ສ້າງ​ຮູບ​ແບບ​ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດ ຜູ້​ອາ​ຍຸ​ສູງ

ຫວຽດ​ນາມ ເລືອກ 5 ທ້ອງ​ຖິ່ນ​ເປັນ​ສະ​ຖານ​ທີ່​ສ້າງ​ຮູບ​ແບບ​ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດ ຜູ້​ອາ​ຍຸ​ສູງ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ ລັດ​ຖະ​ບານ ຈະ​ເລືອກ​ເອົາ 5 ທ້ອງ​ຖິ່ນ​ລວມ​ມີ: ຮ່າ​ໂນ້ຍ, ທ້າຍງວຽນ, ດ່າ​ນັ້ງ, ນະ​ຄອນ ໂຮ່​ຈີ​ມິນ ແລະ ອານ​ຢາງ​ເປັນ​ສະ​ຖານ​ທີ່​ສ້າງ​ແບບ​ຢ່າງ​ດີ​ເດັ່ນ ພັດ​ທະ​ນາ​ລະ​ບົບ​ນິ​ເວດ​ເສດ​ຖະ​ກິດ ຜູ້​ອາ​ຍຸ​ສູງ.

Top