• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ການຮັກສາສະພາບແວດ ລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ອາຊຽນ-ຈີນ

ຕອນເຊົ້າວັນທີ 16 ພະຈິກ, ຢູ່ ມານີລາ, ຟີລິບປິນ, ໃນຂອບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບການນຳບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 29.
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງປະຊຸມ. (ພາບ: VOV)

ກ່າວ​ຄຳ​ເຫັນ​ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເລມິງ​ຮຶງ ໄດ້ຕີລາຄາສູງຕໍ່​ບັນ​ດາຂໍ້​ສະ​ເໜີ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ການຮ່ວມມື ອາຊຽນ-ຈີນ ແລະ ສະໜັບສະໜູນ​ການ​ຮັບ​ຮອງ​ເອົາເອກະສານສຳຄັນຫຼາຍ​ສະ​ບັບຂອງກອງປະຊຸມສຸດຍອດຄັ້ງນີ້. ກ່ຽວ​ກັບ​ບັນ​ດາບຸ​ລິ​ມະ​ສິດການຮ່ວມມື ອາຊຽນ-ຈີນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ​ສະ​ເໜີ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ເປີດກວ້າງການແລກປ່ຽນ ແລະ ການຮ່ວມມືຜ່ານ​ທຸກ​ຊ່ອງ​ທາງ; ພ້ອ​ມ​ກັນ​ນັ້ນ, ​ກໍ່ໃຫ້​ບຸ​ລິ​ມະ​ສິດ​ການ​ຮ່ວມ​ມື​ໃນການແກ້ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຄວາມ​ໝັ້ນ​ຄົງແບບໃໝ່. ທ່ານນາຍົກ​ລັດ​ຖະ​ມົນ​ຕີ​ຊົມ​ເຊີຍ​ບັນ​ດາຄວາມຄືບໜ້າທີ່​ສຳ​ຄັນ​ໃນ​ການເຈລະຈາກົດແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC); ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຍູ້​ໄວ​ຄວາມ​ມາ​ນະ​ພະ​ຍາ​ຍາມ​​ເພື່ອບັນລຸ COC ທີ່ແທ້ຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສົນ​ທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ສິ້​ນ​ສຸດກອງປະຊຸມ, ​ບັນ​ດາ​ການນຳໄດ້ອອກຖະແຫຼງການຮ່ວມ ສະເຫຼີມ​ສະ​ຫຼອງ 5 ປີ ແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ-ຈີນ, ພ້ອມກັບບັນ​ດາ​ຖະ​ແຫຼງ​ການ​​ກ່ຽວ​ກັບ​ການເພີ່ມທະວີການຮ່ວມມືໃນດ້ານພະລັງງານ ແລະ ປ່າໄມ້ລະ​ຫວ່າງ​ສອງ​ຝ່າຍ.

(ແຫຼ່ງຄັດຈາກ VOV)

ລັດເຊຍ ຢືນຢັນຄືນໃໝ່ຫຼັກໝັ້ນການເຈລະຈາກ່ຽວກັບ ຢູແກຼນ

ລັດເຊຍ ຢືນຢັນຄືນໃໝ່ຫຼັກໝັ້ນການເຈລະຈາກ່ຽວກັບ ຢູແກຼນ

ກ່ຽວກັບການເຂົ້າຮ່ວມຂອງ ເອີລົບ, ເຈົ້າໜ້າທີ່ ລັດເຊຍ ຖືວ່າ ບັນດາປະເທດຢູ່ພາກພື້ນພວມຊອກຫາວິທີເຂົ້າຮ່ວມການເຈລະຈາ, ແຕ່ຍັງບໍ່ທັນໄດ້ກຳນົດບົດບາດຂອງເຂົາເຈົ້າຢ່າງຈະແຈ້ງເທື່ອ.

Top