• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ບັນ​ດາ​ທິດທາງ​ຈຸດ​ສຸມ​ໃຫ້​ການ​ຮ່ວມ​ມື ອາ​ຊຽນ - AIPA

ການ​ຮ່ວມ​ມື ASEAN – AIPA ຕ້ອງ​ຫັນຈາກການ​ສຸມ​ໃສ່ “​ຮັບ​ຮອງ​ເອົາ​ມະ​ຕິ” ໄປ​ສູ່ການ “ຕິດ​ຕາມ​ການ​ປະ​ຕິ​ບັດ”, ຕິດ​ພັນ​ການ​ວາງ​ແຜນ​ກຳ​ນົດ​ນະ​ໂຍ​ບາຍ ກັບ​ການ​ເຄື່ອນ​ໄຫວ​ດ້ານ​ນິ​ຕິ​ກຳ, ຂໍ້​ຕົກ​ລົງ​ງົບ​ປະ​ມານ ແລະ ການ​ຕິດ​ຕາມກວດ​ກາ​ຂອງ​ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ.
ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົນ​ທະ​ນາ​ຄັ້ງ​ທີ 15 ລະ​ຫວ່າງ​ການ​ນຳ ອາ​ຊຽນ ກັບ​ບັນ​ດາຜູ້​ຕາງ​ໜ້າ​ສະ​ມັດ​ຊາ​ໃຫຍ່ ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ ອາ​ຊຽນ (AIPA) (ພາບ: VNA)

ການ​ຮ່ວມ​ເດີນ​ທາງ, ປະ​ສານ​ສົມທົບກັນຢ່າງ​ແໜ້ນ​ແຟ້ນ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ລັດ​ຖ​ະ​ສະ​ພາ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ແມ່ນ​ພື້ນ​ຖານ, ກຳ​ລັງ​ໜູນ​ສຳ​ຄັນ​ເພື່ອ​ໃຫ້ ອາ​ຊຽນ ຫັນ​ວິ​ໄສ​ທັດ​ກ່ຽວ​ກັບ​ປະ​ຊາ​ຄົມ​ແຫ່ງ​ຄວາມ​ສາ​ມັກ​ຄີ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຂະ​ຫຍັນ​ຂັນ​ເຄື່ອນ ແລະ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງໃຫ້​ເປັນ​​ຮູບ​ປະ​ທຳ. ນີ້​ແມ່ນ​ການ​ຢັ້ງ​ຢືນ​ຂອງ​ ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຢູ່ກອງ​ປະ​ຊຸມ​ສົນ​ທະ​ນາ​ຄັ້ງ​ທີ 15 ລະ​ຫວ່າງ​ການ​ນຳ ອາ​ຊຽນ ກັບ​ບັນ​ດາຜູ້​ຕາງ​ໜ້າ​ສະ​ມັດ​ຊາ​ໃຫຍ່ ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ ອາ​ຊຽນ (AIPA) ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 15 ພະ​ຈິກ, ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 49 ແລະ ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ສູງ​ທີ່​ກ່ຽວ​ຂ້ອງ ຢູ່​ມາ​ນີ​ລາ, ຟີ​ລິບ​ປິນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ບັນ​ດາທິດ​ທາງ​ຈຸດ​ສຸມ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ແລະ AIPA ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຕາມ​ນັ້ນ​ແລ້ວ, ການ​ຮ່ວມ​ມື ASEAN – AIPA ຕ້ອງ​ຫັນຈາກການ​ສຸມ​ໃສ່ “​ຮັບ​ຮອງ​ເອົາ​ມະ​ຕິ” ໄປ​ສູ່ການ “ຕິດ​ຕາມ​ການ​ປະ​ຕິ​ບັດ”, ຕິດ​ພັນ​ການ​ວາງ​ແຜນ​ກຳ​ນົດ​ນະ​ໂຍ​ບາຍ ກັບ​ການ​ເຄື່ອນ​ໄຫວ​ດ້ານ​ນິ​ຕິ​ກຳ, ຂໍ້​ຕົກ​ລົງ​ງົບ​ປະ​ມານ ແລະ ການ​ຕິດ​ຕາມກວດ​ກາ​ຂອງ​ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ ອາ​ຊຽນ ຈະມີຜົນສັກສິດ​ຢ່າງ​ແທ້​ຈິງ​ກໍ່​ຕໍ່​ເມື່ອຫັນ​ເປັນ​ກົດ​ໝາຍ, ແຫຼ່ງ​ກຳ​ລັງ ແລະ ການ​ກະ​ທຳ​ລະ​ອຽດ​ຢູ່​ແຕ່​ລະ​ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ການ​ທູດ​ລັດ​ຖະ​ສະ​ພາ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ປະ​ກອບ​ສ່ວນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ, ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ ກັບ​​ລັດ​ຖະ​ສະ​ພານັກ​ສັງ​ເກດ​ການ ແລະ ຄູ່​ຮ່ວມ​ມື​ພັດ​ທະ​ນາ; ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ສ້າງ​ກົດ​ໝາຍ, ຕິດ​ຕາມກວດ​ກາມ, ງົບ​ປະ​ມານ​ສີ​ຂຽວ ແລະ ລັດ​ຖະ​ສະ​ພາ​ດີ​ຈີ​ຕອນ.

(ແຫຼ່ງຄັດຈາກ VOV)

ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ການຮັກສາສະພາບແວດ ລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ອາຊຽນ-ຈີນ

ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ການຮັກສາສະພາບແວດ ລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ອາຊຽນ-ຈີນ

ຕອນເຊົ້າວັນທີ 16 ພະຈິກ, ຢູ່ ມານີລາ, ຟີລິບປິນ, ໃນຂອບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບການນຳບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 29.

Top