• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ວັນ​ບຸນ​ສາ​ມັກ​ຄີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ ແລະ ວັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປີ 2026 ຢູ່​ຮ່າ​ໂນ້ຍ

ກ່າວ​ຄຳ​ເຫັນ​ທີ່​ວັນ​ບຸນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ, ສ້າງ​ເຂດ​ຊຸ​ມ​ຊົນ​ສະ​ໜິດ​ຕິດ​ພັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ (ພາບ: VNA)

ຕອນ​ເຊົ້າ​ວັນ​ທີ 14 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ທ່ານ ​ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຕິດ​ພັນ​ກັບ​ວັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປີ 2026 ຢູ່​ກຸ່ມ​ຊຸມ​ຊົນ​ປະ​ສົມ​ເລກ​ທີ 1,2,3,6 ຕາ​ແສງ ບາ​ດິ່ງ.

ກ່າວ​ຄຳ​ເຫັນ​ທີ່​ວັນ​ບຸນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ, ສ້າງ​ເຂດ​ຊຸ​ມ​ຊົນ​ສະ​ໜິດ​ຕິດ​ພັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ; ຕ້ອງ​ຈັດ​ແບ່ງ​ສະ​ຖານ​ທີ່​ກໍ່​ສ້າງ​ຫໍ​ວັດ​ທະ​ນະ​ທຳ, ກ່ອນ​ອື່ນ​ໝົດ​ແມ່ນ​ຫໍ​ວັດ​ທະ​ນະ​ທຳ​ເຂດ​ຊຸມ​ຊົນ, ລວມ​ມີ​ບັນ​ດາ​ກຸ່ມ​ຊຸມ​ຊົນ; ມຸ່ງ​ໄປ​ເຖິງ​ແຕ່​ລະ​ກຸ່ມ​ລ້ວນ​ແຕ່​ມີ​ບ່ອນ​ດຳ​ລົງ​ຊີ​ວິດ​ຊຸມ​ຊົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສະ​ເໜີ​ຕ້ອງ​ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ການ​ເປັນ​ຢູ່ຢ່າງ​ລອບ​ຄອບ​ຖີ່​ຖ້ວນ ແລະ ສ້າງ​ເງື່ອນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຂດ​ຊຸມ​ຊົນ; ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ, ຍົກ​ສູງ​ຄຸນ​ນະ​ພາບ​ສູນ​ການ​ແພດ, ສ້າງ​ເງື່ອ​ນ​ໄຂ​ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ການ​ກວດ​ປິ່ນ​ປົວ​ພະ​ຍາດ​ເປັນ​ປະ​ຈຳ. ທ່ານ​ເລ​ຂາ​ທິ​ການ​ໃຫຍ, ປະ​ທານ​ປະ​ເທດ ໂຕ​ເລິມ ຕັກ​ເຕືອນ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ການ​ສຶກ​ສາ ແລະ ຮ່ຳ​ຮຽນ​ຂອງ​ເດັກ​ນ້ອຍ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ພວກ​ນ້ອງໆ​ໃນ​ເກນ​ອາ​ຍຸ​ແຕ່ 17 – 18 ປີ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ຳ​ຮຽນ, ບຳ​ລຸງ​ສ້າງວິ​ຊາ​ຊີບ.

(ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top