• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຄາດ​ຫວັງ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ມີ​ຄຸນ​ສົມ​ບັດ ແລະ ການ​ສຶກ​ສາ​ເຍື່ອງ​ທາງ​ໃຫ້​ແກ່​ຊາດ​ຫວຽດ​ນາມ ກ້າວ​ເດີນ

ກາ​ນຖ່າຍ​ທອດ​ໃຫ້​ລຸ້ນ​ຄົນ​ໃນ​ອະ​ນາ​ຄົດ​ບໍ່​ພຽງ​ແຕ່​ແມ່ນ​ມໍ​ລະ​ດົກ​ນັບ​ພັນ​ປີ​ທີ່​ຍັງ​ໄດ້​ຮັກ​ສາ​ເໝືອນ​ເດີມ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບັນ​ດາ​ຄຸນ​ຄ່າ​ດ້ານ​ແນວ​ຄິດ​ຈິດ​ໃຈ, ມຸ່ງ​ຫວັງ​ຜູ້​ມີ​ຄວາມ​ເກັງ​ກ້າ​ສາ​ມາດ ແລະ ການ​ສຶກ​ສາ​ຍາມ​ໃດ​ກໍ່​ປະ​ກາຍ​ແຈ້ງ, ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ດ້ານ​ຈິດ​ໃຈ​ອັນ​ລ້ຳ​ຄ່າ​ເຍື່ອງ​ທາ​ງ​ໃຫ້​ຊາດ ຫວຽດ​ນາມ ກ້າວ​ເດີນ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ (ພາບ: VNA)  

ພິ​ທີ​ສະ​ເຫຼີມ​ສະຫຼອງ 950 ປີ​ແຫ່ງວັນ “ກວັກ​ຕື​ຢາມ - ກວັກ​ຮອກ ຫວຽດ​ນາມ” (1076-2026), ດ້ວຍ​ຫົວ​ຂໍ້ “ສິ່ງຍອດ​ຢ້ຽມ​ດ້ານ​ການ​ສຶກ​ສາ” ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 13 ພະ​ຈິກ, ຢູ່​ເດີນ ທ້າຍ​ຮອກ, ເຂດ​ຮ່ອງ​ຮອຍ​ລະ​ດັບ​ຊາ​ດ​ພິ​ເສດ ວັນ​ມຽວ - ກວັກ​ຕື​ຢາມ, ຮ່າ​ໂນ້ຍ. ເຫດ​ການ​ໂດຍ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ສະ​ພາ​ແຫ່ງ​ຊາດ, ປະ​ທານ​ປະ​ເທດ, ລັດ​ຖະ​ບານ ສ​ສ.ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ນະ​ຄອນ​ຮ່າ​ໂນ້​ຍ​ຈັດ​ຂຶ້ນ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ ກວັກ​ຕື​ຢາມ - ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ​ຊາດ ໄດ້​ນຳ​ພາ​ລະ​ກິດ​ສຶກ​ສາ​ບຳ​ລຸງ​ຜູ້​ມີ​ຄວາມ​ເກັງ​ກ້າ​ສາ​ມາດ, ມີ​ຄຸນ​ສົມ​ບັດ​ເຂົ້າລະ​ບຽບ​ນິ​ໄນ​ຍາວ​ນານ. ເພື່ອ​ສືບ​ຕໍ່​ບັນ​ດາ​ຄຸນ​ຄ່າ​ຍືນ​ຍົງ​ຂອງ ກວັກ​ຕື​ຢາມ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສະ​ເໜີ​ຕ້ອງ​ອະ​ນຸ​ລັກ​ຮັກ​ສາ, ນຳ​ຈິດ​ໃຈ ແລະ ພະ​ລັງ​ຊີ​ວິດ​ຂອງ​ເຂດ​ມໍ​ລະ​ດົກ​ປະ​ກົດ​ຂຶ້ນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ໃນ​ການ​ດຳ​ລົງ​ຊີ​ວິດ​ທາງ​ໂຮງ​ຮຽນ. ທ່ານ ໃຫ້​ຮູ້​ວ່າ:

ເປີດກວ້າງ​ຄວາມ​ສະ​ເໝີ​ພາບ​ໂອ​ກາດ​ຮ່ຳ​ຮຽນ, ປຸກ​ລຸກ​ກຳ​ລັງ​ແຮງ​ປະ​ດິດ​ຄິດ​ສ້າງ​ໃຫ້​ຄູ​ສອນ ແລະ ສ້າງວັດ​ທະ​ນະ​ທຳ​ການ​ຮ່ຳ​ຮຽນ​ຕະຫຼອດ​ຊີ​ວິດ. ຕ້ອງ​ສະ​ຫງວນ​ບຸ​ລິ​ມະ​ສິດ​ພິ​ເສດ​ໃຫ້​ແກ່​ເຂດ​ຫ່າງ​ໄກ​ສອກຫຼີ, ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ, ຮັບ​ປະ​ກັນ​ເດັກ​ນ້ອ​ຍ​ໝົດ​ທຸກ​ຄົນ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ ແລະ ນັກ​ຮຽນ​ຄົນ​ພິ​ການ​ລ້ວນ​ແຕ່​ໄດ້​ຮ່ຳ​ຮຽນ​ຢ່າງ​ສົມ​ບູນ. ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ຮາກ​ຖານ​ສຶກ​ສາ​ວິ​ຊາ​ຊີບ​ຕ້ອງ​ເປັນ​ເຈົ້າ​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ, ສູນ​ຄົນ​ຄ້​ວາ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຜູ້​ຮຽນ​ນຳພູມ​ປັນ​ຍາ​ໄປ​ແລກ​ປ່ຽນ, ນຳ​ໃຊ້​ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃນ​ຕົວ​ຈິງ. ພ້ອມ​ທັງ, ສົ່ງ​ເສີມ​ຈິນ​ຕະ​ນາ​ການ​ນະ​ວັດ​ຕະ​ກຳ, ຫັນ​ໂຮງ​ຮຽນ​ກາຍ​ເປັນ​ສະ​ພາ​ບ​ແວດ​ລ້ອມ​ແຫ່ງ​ການປູກ​ລ້ຽງ​ແນວ​ຄິດ​ດີ​ເດັ່ນ ແລະ ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ.

ກາ​ນຖ່າຍ​ທອດ​ໃຫ້​ລຸ້ນ​ຄົນ​ໃນ​ອະ​ນາ​ຄົດ​ບໍ່​ພຽງ​ແຕ່​ແມ່ນ​ມໍ​ລະ​ດົກ​ນັບ​ພັນ​ປີ​ທີ່​ຍັງ​ໄດ້​ຮັກ​ສາ​ເໝືອນ​ເດີມ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບັນ​ດາ​ຄຸນ​ຄ່າ​ດ້ານ​ແນວ​ຄິດ​ຈິດ​ໃຈ, ມຸ່ງ​ຫວັງ​ຜູ້​ມີ​ຄວາມ​ເກັງ​ກ້າ​ສາ​ມາດ ແລະ ການ​ສຶກ​ສາ​ຍາມ​ໃດ​ກໍ່​ປະ​ກາຍ​ແຈ້ງ, ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ດ້ານ​ຈິດ​ໃຈ​ອັນ​ລ້ຳ​ຄ່າ​ເຍື່ອງ​ທາ​ງ​ໃຫ້​ຊາດ ຫວຽດ​ນາມ ກ້າວ​ເດີນ, ໄປ​ຄຽງ​ບ່າ​ຄ່ຽງ​ໄຫຼ່​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ 5 ທະ​ວີບ.

(ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top