ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືສາກົນເພື່ອປະກອບສ່ວນເຂົ້າໃນສັນຕິພາບແບບຍືນຍົງ ແລະ ຟື້ນຟູເຂດ ກາຊາ, ໂດຍອີງໃສ່ກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.
ທ່ານ ຫງວຽນຫາຍລຶວ, ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳສະຫະປະຊາຊາດ (ພາບ: VNA)
ວັນທີ 12 ພະຈິກ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ນະຄອນ ນິວຢອກ, ອາເມລິກາ, ຄະນະກຳມະການການເມືອງພິເສດ ແລະ ປອດລ່າເມືອງຂຶ້ນ (ຄະນະກຳມະການ 4) ຂຶ້ນກັບກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 81 ໄດ້ປຶກສາຫາລືກ່ຽວກັບບັນດາການເຄື່ອນໄຫວຂອງອົງການກູ້ໄພກູ້ຊີບ ແລະ ວຽກເຮັດງານທຳຂອງສະຫະປະຊາຊາດສະຫງວນໃຫ້ຊາວອົບພະຍົບ ປາແລັດສະຕິນ ຢູ່ພາກພື້ນຕາເວັນອອກໃກ້ (UNRWA).
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ຫງວຽນຫາຍລຶວ, ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຮັກສາຄຳສັ່ງຢຸດຍິງ, ລະງັບໃຈຢ່າງສຸດຂີດ, ເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ, ປົກປ້ອງສາມັນຊົນ, ພາລະກອນໂດຍມະນຸດສະທຳ ແລະ ພື້ນຖານໂຄງລ່າງພົນລະເຮືອນ; ຮັບປະກັນການຍຊ່ວຍເຫຼືອມະນຸດສະທຳໄດ້ຮັບການສະໜອງຢ່າງປອດໄພ, ທັນການ, ບໍ່ຖືກກີດຂວາງ. ຫວຽດນາມ ຢືນຢັນບົດບາດຈຳເປັນ, ບໍ່ສາມາດທົດແທນໄດ້ຂອງ UNRWA ໃນການໜູນຊ່ວຍຊາວລີ້ໄພ ປາແລັດສະຕິນ ນັບລ້ານຄົນຢູ່ Gaza, ຝັ່ງຕາເວັນຕົກ; ຮຽກຮ້ອງເຄົາລົບກົດບັດສະຫະປະຊາຊາດ. ຫວຽດນາມ ຊົມເຊີນເລື່ອງຕໍ່ກຳນົດເວລາໜ້າທີ່ຂອງ UNRWA ຈົນຮອດເດືອນ ມິຖຸນາ 2029, ບັນດາຄວາມພະຍາຍາມເພີ່ມທະວີຄວາມລັກສະນະເປັນກາງ, ໂປ່ງໃສ ແລະ ພ້ອມກັນນັ້ນຮຽກຮ້ອງຮັບປະກັນການສະໜອງແຫຼ່ງການເງິນຢ່າງພຽງພໍ, ເປັນປົກກະຕິ ແລະ ຍືນຍົງໃຫ້ແກ່ອົງການ.
ກ່ຽວກັບບັນດາຄວາມພະຍາຍາມເພື່ອສັນຕິພາບ ແລະ ການສ້າງສັນເຂດ ກາຊາ ຄືນໃໝ່, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືສາກົນເພື່ອປະກອບສ່ວນເຂົ້າໃນສັນຕິພາບແບບຍືນຍົງ ແລະ ຟື້ນຟູເຂດ ກາຊາ, ໂດຍອີງໃສ່ກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.
(ແຫຼ່ງຄັດຈາກ VOV)