• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມຍີ່ປຸ່ນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເປີດໄລຍະການຮ່ວມມືໃໝ່ລະຫວ່າງສອງປະເທດ

ຜົນສຳເລດພົ້ນເດັ່ນຂອງການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສ້າງການກຳນົດທິດການຮ່ວມມືໃໝ່ໃນການພົວພັນ ຫວຽດນາມ - ຍີ່ປຸ່ນ
ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ. (ພາບ: VNA)

​ຕີ​ລາ​ຄາ​ໝາກຜົນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນລະຍາ ແຕ່ວັນທີ 08 ຫາ 11 ພະຈິກ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດ​ນາມ ຢືນຢັນວ່າ ການຢ້ຽມຢາມບັນ​ລຸ​ໝາກ​ຜົນສຳຄັນຫຼາຍຢ່າງ, ປະກອບສ່ວນຍົກລະດັບການພົວພັນຄູ່ຮ່ວມມືຍຸດ​ທະ​ສາດ​ຮອບ​ດ້ານ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ເປີດໄລຍະການຮ່ວມມືໃໝ່ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານລັດຖະມົນຕີ ເລຮວ່າຍຈຸງ ເນັ້ນໜັກວ່າ ຜົນສຳເລດພົ້ນເດັ່ນຂອງການ​ຢ້ຽມ​ຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ໄດ້ສ້າງ​ການ​ກຳ​ນົດ​ທິດການຮ່ວມມືໃໝ່ໃນ​ການພົວພັນ ຫວຽດນາມ - ຍີ່ປຸ່ນ; ເປີດຫຼາຍ​ໂອ​ກາດໃໝ່​ໃນ​ບັນ​ດາ​ຂົງ​ເຂດເຊິ່ງ​ທັງ​ສອງ​ຝ່​າຍ​ມີ​ທ່າ​ແຮງ, ມ​ີຄວາມຕ້ອງການ; ສ້າງເປັນກຳ​ລັງ​ໜູນໃໝ່ເພື່ອຫັນ​ບັນ​ດາຄຳໝັ້ນສັນຍາ, ຂໍ້ຕົກລົງທີ່ບັນລຸໄດ້​ໄປ​ສູ່​ໄລ​ຍະ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ, ​ປະ​ກອບ​ສ່ວນຢ່າງຕັ້ງໜ້າ​ເຂົ້າ​ໃນການ​ປະ​ຕິ​ບັດເປົ້າໝາຍການເຕີບໂຕ ແລະ ຄວາມເປັນເຈົ້າ​ຍຸດ​ທະ​ສາດ​ຂອງທັງສອງປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕອບ​ຄຳ​ຊັກ​ຖາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕອບ​ຄຳ​ຊັກ​ຖາມ

ຕອນ​ບ່າຍ​ວັນ​ທີ 12 ພະ​ຈິກ, ຢູ່ ຮ່າ​ໂນ້ຍ, ໃນ​ຂອບ​ເຂດ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ບັນ​ດາ ສ​ສ​ຊ ໄດ້​ຊັກ​ຖາມ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິນ​ຮຶງ.

Top