ຜົນສຳເລດພົ້ນເດັ່ນຂອງການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສ້າງການກຳນົດທິດການຮ່ວມມືໃໝ່ໃນການພົວພັນ ຫວຽດນາມ - ຍີ່ປຸ່ນ
ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ. (ພາບ: VNA)
ຕີລາຄາໝາກຜົນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ແຕ່ວັນທີ 08 ຫາ 11 ພະຈິກ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ ການຢ້ຽມຢາມບັນລຸໝາກຜົນສຳຄັນຫຼາຍຢ່າງ, ປະກອບສ່ວນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ເປີດໄລຍະການຮ່ວມມືໃໝ່ລະຫວ່າງສອງປະເທດ.
ທ່ານລັດຖະມົນຕີ ເລຮວ່າຍຈຸງ ເນັ້ນໜັກວ່າ ຜົນສຳເລດພົ້ນເດັ່ນຂອງການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສ້າງການກຳນົດທິດການຮ່ວມມືໃໝ່ໃນການພົວພັນ ຫວຽດນາມ - ຍີ່ປຸ່ນ; ເປີດຫຼາຍໂອກາດໃໝ່ໃນບັນດາຂົງເຂດເຊິ່ງທັງສອງຝ່າຍມີທ່າແຮງ, ມີຄວາມຕ້ອງການ; ສ້າງເປັນກຳລັງໜູນໃໝ່ເພື່ອຫັນບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງທີ່ບັນລຸໄດ້ໄປສູ່ໄລຍະພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດເປົ້າໝາຍການເຕີບໂຕ ແລະ ຄວາມເປັນເຈົ້າຍຸດທະສາດຂອງທັງສອງປະເທດ.