ເຂົ້າຮ່ວມໜ້າທີ່ຝຶກຊ້ອມ, ສະແດງໃນລາຍການສະແດງສິລະປະທີ່ພິທີໄຂງານວາງສະແດງປ້ອງກັນຊາດສານກົນ ຫວຽດນາມ 2026, ມີການເຂົ້າຮ່ວມຂອງພະນັກງານ, ນາຍທະຫານກວ່າ 2,000 ຄົນ ທີ່ມາຈາກຫຼາຍກົມກອງ.
ເຫຼົ່າຮົບພິເສດໄດ້ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ໃນປີ 2022, 2024 ບັນລຸຜົນສຳເລັດຢ່າງດີງາມ (ພາບ: VNA)
ວັນທີ 11 ພະຈິກ, ທີ່ໂຮງຮຽນນາຍທະຫານກອງກຳລັງພິເສດ, ຕາແສງ ຊວັນມາຍ, ຮ່າໂນ້ຍ, ທ່ານພົນໂທ ເລກວາງດ້າວ, ຮອງຫົວໜ້າເສນາທິການກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2026, ໄດ້ໄປກວດກາການຝຶກຊ້ອມກຳລັງພິເສດຮັບໃຊ້ພິທີໄຂງານວາງສະແດງ ແລະ ເປັນປະທານກອງປະຊຸມຄະນະຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2026.
ເຂົ້າຮ່ວມໜ້າທີ່ຝຶກຊ້ອມ, ສະແດງໃນລາຍການສະແດງສິລະປະທີ່ພິທີໄຂງານວາງສະແດງປ້ອງກັນຊາດສານກົນ ຫວຽດນາມ 2026, ມີການເຂົ້າຮ່ວມຂອງພະນັກງານ, ນາຍທະຫານກວ່າ 2,000 ຄົນ ທີ່ມາຈາກຫຼາຍກົມກອງ.
ກ່າວຄຳເຫັນທີ່ການກວດກາ, ທ່ານພົນໂທ ເລກວາງດ້າວ ໄດ້ຮຽກຮ້ອງວ່າ:
"ສືບຕໍ່ຝືກຝົນຄຸນສົມບັດ, ຄວາມເກັ່ງກ້າສາມາດ, ຝຶກຝົນສຸຂະພາບທາງຮ່າງກາຍ, ຍົກສູງນ້ຳໃຈຄວາມຮັບຜິດຊອບ, ຕັດສິນໃຈພ້ອມກັບທົ່ວກອງທັບຈັດງານວາງສະແດງປ້ອງກັນຊາດສາກົນຄັ້ງທີສາມຢູ່ ຮ່າໂນ້ຍ ໃຫ້ປະສົບຜົນສຳເລັດ, ເພື່ອໃຫ້ສົ່ງສານເຖິງເພື່ອນມິດສາກົນວ່າ ກອງທັບປະຊາຊົນ ຫວຽດນາມ ເພື່ອສັນຕິພາບ."
ເຫຼົ່າຮົບພິເສດໄດ້ເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ໃນປີ 2022, 2024 ບັນລຸຜົນສຳເລັດຢ່າງດີງາມ, ໄດ້ຮັບການຍ້ອງຍໍຈາກການນຳລັດຖະມົນຕີກະຊວງປ້ອງກັນປະເທດ, ປະຊາຊົນທົ່ວປະເທດ ແລະ ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ.
(ແຫຼ່ງຄັດຈາກ VOV)