ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ມະຕິຈະປະກອບສ່ວນສ້າງກົນໄກ, ນະໂຍບາຍພິເສດສະເພາະເພື່ອແກ້ໄຂບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ
ທີ່ກອງປະຊຸມເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 (ພາບ: VNA)
ຈຳເປັນຕ້ອງປະກາດມະຕິຂອງສະພາແຫ່ງຊາດກ່ຽວກັບກົນໄກ, ນະໂຍບາຍພິເສດສະເພາະກ່ຽວກັບການພັດທະນາການທ່ອງທ່ຽວ ຫວຽດນາມ (ມະຕິ) ຈຳນວນໜຶ່ງ ເພື່ອຫັນມະຕິເລກທີ່ 26 ຂອງກົມການເມືອງ (ກ່ຽວກັບການພັດທະນາການທ່ອງທ່ຽວ ຫວຽດນາມ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໃນຍຸກສະໄໝໃໝ່) ແລະ ບັນດາແຜນນະໂຍບາຍ, ການກຳນົດຂອງພັກກ່ຽວກັບການພັດທະນາວັດທະນະທຳ, ການທ່ອງທ່ຽວຢ່າງທັນການ. ນີ້ແມ່ນຄຳເຫັນເປັນເອກະພາບຂອງບັນດາສະມາຊິກສະພາແຫ່ງຊາດທີ່ວາລະປຶກສາຫາລືກ່ຽວກັບຮ່າງມະຕິ ຈັດຂຶ້ນໃນຕອນເຊົ້າວັນທີ 11 ພະຈິກ, ທີ່ກອງປະຊຸມເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16.
ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ມະຕິຈະປະກອບສ່ວນສ້າງກົນໄກ, ນະໂຍບາຍພິເສດສະເພາະເພື່ອແກ້ໄຂບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ, ຍົກສູງຄຸນນະພາບ, ກຳລັງແກ່ງແຍ້ງຂອງຂະແໜງທ່ອງທ່ຽວ ຫວຽດນາມ... ທ່ານ ຈິ້ງຊວັນອານ, ສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ, ຍົກອອກຄຳເຫັນວ່າ:
ຂ້າພະເຈົ້າຖືວ່າ ພວກເຮົາຕ້ອງຫັນປ່ຽນຈາກຈິນຕະນາການໜູນຊ່ວຍຜ່ານບັນດາໂຄງການໄປສູ່ການພັດທະນາຜະລິດຕະພັນທ່ອງທ່ຽວ, ການບໍລິການ, ລະບົບນິເວດທ່ອງທ່ຽວ. ທ່ອງທ່ຽວບໍ່ພຽງແຕ່ດຶງດູດບັນດາໂຄງການໃຫຍ່ເທົ່ານັ້ນ, ຫາກຍັງສ້າງບັນດາຜະລິດຕະພັນທີ່ມີມູນຄ່າສູງ, ເສີມຂະຫຍາຍທ່າໄດ້ປຽບຂອງແຕ່ລະທ້ອງຖິ່ນ ແລະ ບົດບາດຂອງຜູ້ເຮັດການທ່ອງທ່ຽວໂດຍກົງອີກດ້ວຍ.
ຈາກແງ່ມູນການຈັດຕັ້ງປະຕິບັດ, ບັນດາສະມາຊິກສະພາແຫ່ງຊາດກໍ່ໃສ່ໃຈຕໍ່ຄວາມຮຽກຮ້ອງຈັດແບ່ງແຫ່ງຊັບພະຍາກອນໃຫ້ສົມເຫດສົມຜົນ, ຮັບປະກັນນະໂຍບາຍໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ແລະ ມີຜົນກະທົບຢ່າງຍາວນານ.
(ແຫຼ່ງຄັດຈາກ VOV)