• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກາຕາ: ອາເມລິກາ ແລະ ອີຣານ ມີສັນຍານຕັ້ງໜ້າຕໍ່ກັບບັນດາຄວາມມານະພະຍາຍາມໃນການໄກ່ເກ່ຍ

ວັນທີ 10 ພະຈິກ, ກາຕາ ໃຫ້ຮູ້ວ່າ ເຂົາເຈົ້າໄດ້ຮັບ "ສັນຍານຕັ້ງໜ້າ" ຈາກທັງຝ່າຍ ອາເມລິກາ ແລະ ອີຣານ ກ່ຽວຂ້ອງເຖິງບັນດາຄວາມພະຍາຍາມໃນການໄກ່ເກ່ຍທີ່ພວມດຳເນີນໄປລະຫວ່າງສອງຝ່າຍ.
(ພາບ​ປະ​ກອບ: ຊິນຮົວ/VNA)

ທ່ານ Ibrahim Al-Hashimi, ຫົວໜ້າກົມສື່ສານ ແລະ ປະຊາສຳພັນ ຂຶ້​ນ​ກັບກະຊວງການຕ່າງປະເທດ ກາຕາ, ຊີ້​ແຈ້ງໃນກອງປະຊຸມຖະ​ແຫຼງຂ່າວ​ຢູ່ ໂດຮາ ວ່າ: "ບັນ​ດາຄວາມພະຍາຍາມໃນການໄກ່ເກ່ຍລະຫວ່າງ ວໍຊິງຕັນ ແລະ ເຕເຮຣານ ຍັງສືບ​ຕໍ່ດຳເນີນ​ໄປ, ແລະ ທັງສອງຝ່າຍ​ລ້ວນ​ແຕ່​ມີ​ບັນ​ດາ​ສັນ​ຍານ​ອັນ​ຕັ້ງ​ໜ້າ". ພ້ອມ​ກັນ​ນັ້ນ, ທ່ານກໍ່ເນັ້ນໜັກວ່າ ​ບັນ​ດາ​ຄົນ​ກາງໄກ່ເກ່ຍ​ພວມ​ມາ​ນະ​ພະ​ຍາ​ຍາມ​ເພື່ອຢຸດຕິການປະ​ທະ​ກັນ​ຢູ່ພາກພື້ນ ແລະ ສິ້ນ​ສຸດ​ຄວາມ​ຂາດ​ສ​ະ​ຖຽ​ນ​ລະ​ພາບ.

ບັນ​ດາ​ຄຳ​ກ່າວ​ປາ​ໄສ​ຂອງທ່ານ Ibrahim Al-Hashimi ​ໄດ້​ຍົກ​ອອກ​ມາ​ພາຍ​ຫຼັງ​ໜຶ່ງວັນ​ເມື່ອ​ທ່ານ Sheikh Mohammed bin Abdulrahman Al Thani, ນາຍົກລັດຖະມົນຕີ ກາຕາ ໃຫ້​ຮູ້​ວ່າ ທ່ານໄດ້ດຳ​ເນີນ "ບັນ​ດາການ​ໂອ້​ລົມສົນທະນາ​ທີ່​ຕັ້ງ​ໜ້າ" ກັບທ່ານ Donald Trump, ປະທານາທິບໍດີ ອາ​ເມ​ລິ​ກາ ແລະ ທ່ານຮອງປະທານາທິບໍດີ JD Vance ​ຢູ່ ວໍຊິງຕັນ ກ່ຽວກັບການບັນລຸໄດ​້ຂໍ້ຕົກລົງ ແລະ ນຳມາ​ເຊິ່ງສັນຕິພາບ​ໃຫ້​ແກ່ພາກພື້ນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບອົງການຈັດຕັ້ງການເງິນແຖວໜ້າ ຍີ່ປຸ່ນ ຈຳນວນໜຶ່ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບອົງການຈັດຕັ້ງການເງິນແຖວໜ້າ ຍີ່ປຸ່ນ ຈຳນວນໜຶ່ງ

ຂ້າພະເຈົ້າຫວັງວ່າ ບັນດາທະນາຄານ, ບໍລິສັດຫຼັກຊັບ, ກອງທຶນລົງທຶນ, ອົງການປະກັນໄພ ແລະ ອົງການການເງິນ ຍີ່ປຸ່ນ ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງຕະຫຼາດ

Top