ຕາມບົດລາຍງານຂອງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂຶ້ນກັບກອງບັນຊາການ ນະຄອນ ໂຮ່ຈີມິນ, ວັນທີ 10 ພະຈິກ, ບັນດາກຳລັງໄດ້ພົບເຫັນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດອີກ 5 ອັດຖິ.
ວຽກງານຄົ້ນຫາ, ທ້ອນໂຮມຢູ່ ສວນສາທາລະນະ ເລທິຮຽງ (ພາບ: VNA)
ນັບແຕ່ວັນທີ 15 ຕຸລາ ຮອດວັນທີ 10 ພະຈິກ 2026, ໃນໄລຍະທີ 2 ຂອງການຊອກຫາ, ທ້ອນໂຮມຢູ່ ສວນສາທາລະນະ ເລທິຮຽງ, ບັນດາກຳລັງໄດ້ພົບເຫັນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 279 ອັດຖິ. ກ່ອນໜ້ານັ້ນ, ໃນໄລຍະທີ 1, ບັນດາກຳລັງໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 731 ອັດຖິ ແລະ ໄດ້ຈັດພິທີໄວ້ອາໄລຕາມການກຳນົດ. ນັບແຕ່ວັນທີ 23 ມິຖຸນາ ຮອດວັນທີ 10 ພະຈິກ 2026, ໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ ລວມທັງໝົດກວ່າ 1.000 ອັດຖິ, ໃນນັ້ນມີ 371 ອັດຖິມີວັດຖຸພັນຕິດມາພ້ອມ.
ບັນດາກຳລັງພວມສືບຕໍ່ຜັນຂະຫຍາຍວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢ່າງຮີບດ່ວນ, ດ້ວຍນຳ້ໃຈຄວາມຮັບຜິດຊອບສູງ, ສະແດງຄວາມຕອບບຸນຄຸນອັນເລິກເຊິ່ງຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.
(ແຫຼ່ງຄັດຈາກ VOV)