ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XVI, ຕອນເຊົ້າວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍຈຳນວໜຶ່ງ, ໃນນັ້ນມີຮ່າງກົດໝາຍວ່າດ້ວຍການພັດທະນາອຸດສາຫະກຳວັດທະນະທຳ.
ກອງປະຊຸມຂອງສະພາແຫ່ງຊາດ (ພາບ: VNA)
ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XVI, ຕອນເຊົ້າວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍຈຳນວໜຶ່ງ, ໃນນັ້ນມີຮ່າງກົດໝາຍວ່າດ້ວຍການພັດທະນາອຸດສາຫະກຳວັດທະນະທຳ.
ຫວຽດນາມ ວາງເປົ້າໝາຍພັດທະນາອຸດສາຫະກຳວັດທະນະທຳກາຍເປັນຂະແໜງເສດຖະກິດປາຍແຫຼມ, ສູ້ຊົນຮອດປີ 2030 ປະກອບປະມານ 7% GDP ແລະ ຮອດປີ 2045 ບັນລຸ 9% GDP. ເປົ້າໝາຍ ແລະ ດັດຊະນີຍຸດທະສາດຮອດປີ 2030 ສ້າງໄດ້ 5 ຫາ 10 ເຄື່ອງໝາຍການຄ້າແຫ່ງຊາດກ່ຽວກັບອຸດສາຫະກຳວັດທະນະທຳ, ສ້າງສຳເລັດ 5 ເຄື່ອງໝາຍ ງານມະໂຫລານສະແດງສິລະປະ ແລະ ວັນບຸນວັດທະນະທຳ ສາກົນ. ສູ້ຊົນມີຕື່ມອີກ 5 ມໍລະດົກວັດທະນະທຳໂດຍ UNESCO ຮັບຮອງເອົາ, ລົງທະບຽນຊື່ ແລະ ກໍ່ສ້າງຕື່ມອີກແຕ່ 1 ຫາ 3 ສູນວັດທະນະທຳ ຫວຽດນາມ ຢູ່ຕ່າງປະເທດ. ເພື່ອປະຕິບັດສຳເລັດບັນດາເປົ້າໝາຍດັ່ງກ່າວ, ທ່ານນາງ ໂຕອ້າຍວາງ, ສະມາຊິກສະພາແຫ່ງຊາດນະຄອນ ເກິ່ນເທີ ສະເໜີ
ນະໂຍບາຍພັດທະນາອຸດສາຫະກຳວັດທະນະທຳຕ້ອງເພີ່ມເຕີມນະໂຍບາຍອະນຸລັກຮັກສາບັນດາພື້ນທີ່ວັດທະນະທຳແບບດັ່ງເດີມ, ເຂດວັດຖຸດິບວັດທະນະທຳທ້ອງຖິ່ນ ແລະ ບັນດາຂະແໜງອາຊີບຊ່ວຍເຫຼືອສ້າງເປັນຜະລິດຕະພັນ. ພ້ອມທັງ, ເພີ່ມເຕີມມາດຕາໜຶ່ງ ມອບໃຫ້ລັດຖະບານກຳນົດກົນໄກນຳໃຊ້ທີ່ດິນກະສິກຳ, ທີ່ດິນມໍລະດົກທີ່ເໝາະສົມ ເພື່ອກໍ່ສ້າງພື້ນຖານໂຄງລ່າງຮັບໃຊ້, ພື້ນຖານໂຄງລ່າງ ບໍລິການ, ຮັບໃຊ້ອຸດສາຫະກຳວັດທະນະທຳ ແຕ່ບໍ່ປ່ຽນແປງທາດແທ້ຂອງມໍລະດົກແນໃສ່ສົ່ງເສີມ ແລະ ມີກົນໄກບຸລິມະສິດພິເສດສຳລັບບັນດາໂຄງການອຸດສາຫະກຳວັດທະນະທຳສະສົມຄຸນຄ່າວັດທະນະທຳກະສິກຳ ແລະ ການທ່ອງທ່ຽວ.
(ແຫຼ່ງຄັດຈາກ VOV)