ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ນຳ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ​ຢ່າງ​ແທ້​ຈິງ

ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ຕອນ​ເຊົ້າ​ວັນ​ທີ 10 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ຈຳ​ນວ​ໜຶ່ງ, ໃນ​ນັ້ນ​ມີ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ.
  ກອງ​ປະ​ຊຸມ​ຂອງ​ສະ​ພາ​ແຫ່ງ​ຊາດ (ພາບ: VNA)  

ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ຕອນ​ເຊົ້າ​ວັນ​ທີ 10 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ຈຳ​ນວ​ໜຶ່ງ, ໃນ​ນັ້ນ​ມີ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ.

ຫວຽດ​ນາມ ວາງ​ເປົ້າ​ໝາຍ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ, ສູ້​ຊົນ​ຮອດ​ປີ 2030 ປະ​ກອບ​​ປະ​ມານ 7% GDP ແລະ ຮອດ​ປີ 2045 ບັນ​ລຸ 9% GDP. ເປົ້າ​ໝາຍ ແລະ ດັດ​ຊະ​ນີ​ຍຸດ​ທະ​ສາດ​ຮອດ​ປີ 2030 ສ້າງ​ໄດ້ 5 ຫາ 10 ເຄື່ອງ​ໝາຍ​ການ​ຄ້າ​ແຫ່ງ​ຊາດ​ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ສ້າງ​ສຳ​ເລັດ 5 ເຄື່ອງ​ໝາຍ​ ງານ​ມະ​ໂຫລານ​ສະ​ແດງ​ສິ​ລະ​ປະ ແລະ ວັນ​ບຸນ​ວັດ​ທະ​ນະ​ທຳ ສາ​ກົນ. ສູ້​ຊົນ​ມີຕື່ມ​ອີກ 5 ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂດຍ UNESCO ຮັບ​ຮ​ອງ​ເອົາ, ລົງ​ທະ​ບຽ​ນ​ຊື່ ແລະ ກ​ໍ່ສ້າງ​ຕື່ມ​ອີກ​ແຕ່ 1 ຫາ 3 ສູນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ. ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ດັ່ງ​ກ່າວ, ທ່ານ​ນາງ ໂຕ​ອ້າຍ​ວາງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນ ເກິ່ນ​ເທີ ສະ​ເໜີ

ນະ​ໂຍ​ບາຍ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຕ້ອງ​ເພີ່ມ​ເຕີມ​ນະ​ໂຍ​ບາຍ​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ພື້ນ​ທີ່​ວັດ​ທະ​ນະ​ທຳ​ແບບ​ດັ່ງ​ເດີມ, ເຂດ​ວັດ​ຖຸ​ດິບ​ວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ ແລະ ບັນ​ດາ​ຂະ​ແໜງ​ອາ​ຊີບ​ຊ່ວຍ​ເຫຼືອ​ສ້າງເປັນ​ຜະ​ລິດ​ຕະ​ພັນ. ພ້ອມ​ທັງ, ເພີ່ມ​ເຕີມ​​ມາດ​ຕາ​ໜຶ່ງ ມອບ​ໃຫ້​ລັດ​ຖະ​ບານ​ກຳ​ນົດ​ກົນ​ໄກ​ນຳ​ໃຊ້ທີ່​ດິນ​ກະ​ສິ​ກຳ, ທີ່ດິນ​ມໍ​ລະ​ດົກ​ທີ່​ເໝາະ​ສົມ ເພື່ອກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຮັບ​ໃຊ້, ພື້ນ​ຖານ​ໂຄງ​ລ່າງ​ ​ບໍ​ລິ​ການ, ຮັບ​ໃຊ້​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ ແຕ່​ບໍ່​ປ່ຽນ​ແປງ​ທາດ​ແທ້​ຂອງ​ມໍ​ລະ​ດົກ​​ແນ​ໃສ່​ສົ່ງ​ເສີມ ແລະ ມີ​ກົນ​ໄກ​ບຸ​ລິ​ມະ​ສິດ​ພິ​ເສດ​ສຳ​ລັບ​ບັນ​ດາ​ໂຄງ​ການ​ອຸດ​ສ​າຫະ​ກຳ​ວັດ​ທະ​ນະ​ທຳ​ສະ​ສົມ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ກະ​ສິ​ກຳ ແລະ ການ​ທ່ອງ​ທ່ຽວ.


top