• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື່ອມຕໍ່ນັກຊ່ຽວຊານ ຫວຽດນາມ ແລະ ຍີ່ປຸ່ນ, ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ຍຸດທະສາດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີໃຫ້ບັນດາຜູ້ແທນສຸມໃສ່ປະກອບສ່ວນ, ສະເໜີແນະນະໂຍບາຍກ່ຽວກັບການເພີ່ມທະວີການເຊື່ອມຕໍ່ລະຫວ່າງ ລັດ - ວິສາຫະກິດ - ໂຮງຮຽນ ເພື່ອດຶງດູດຫຼາຍໂຄງການທີ່ມີປະລິມານເຕັກໂນໂລຊີ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ກ່າວຄຳເຫັນທີ່ການພົບປະ (ພາບ: VNA)  

ໃນຂອບເຂດການຢ້ຽມຢາມ ຍີ່​ປ​ຸ່ນ ຢ່າງເປັນທາງການ, ຕອນບ່າຍວັນທີ 08 ພະຈິກ, (ຕາມເວລາທ້ອງຖິ່ນ) ຢູ່ ໂຕກຽວ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປ​ະ​ທາ​ນ​ປະ​ເທດ ຫວຽດ​ນາມ ໄດ້ພົບປະກັບຜູ້ຕາງໜ້າ​ນັກຊ່ຽວຊານ, ນັກປັນຍາຊົນ ຫວຽດນາມ ຢູ່ປະເທດ ຍີ່ປຸ່ນ ໃນບັນ​ດາຂົງເຂດຍຸດທະສາດ.

ກ່າວຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ​ສະ​ເໜີ​ໃຫ້​ບັນ​ດາຜູ້ແທນສຸມໃສ່ປະກອບສ່ວນ, ສະ​ເໜີແນະນະໂຍບາຍກ່ຽວກັບການ​ເພີ່ມ​ທະ​ວີ​​ການ​ເຊື່ອ​ມ​ຕໍ່ລະ​ຫວ່າງ ລັດ - ວິສາຫະກິດ - ໂຮງຮຽນ ເພື່ອດຶງດູດ​ຫຼາຍໂຄງ​ການທີ່ມີປະລິມານ​ເຕັກ​ໂນ​ໂລ​ຊີ​ ແລະ ມູນຄ່າເພີ່ມ​ສູງຈາກວິ​ສາ​ຫະ​ກິດ ຍີ່ປຸ່ນ; ເພີ່ມ​ທະ​ວີການເຊື່ອມຕໍ່ລະຫວ່າງ​ວິ​ສາ​ຫະ​ກິດສອງປະເທດ...

ບັນ​ດາ​ຄຳ​ເຫັນ​ກໍ່ຄວນ​ສະ​ເໜີ​ມາດ​ຕະ​ການ​ຊຸກ​ຍູ້​ເປີດກວ້າງເຄືອຂ່າຍ​ເຊື່ອມ​ຕໍ່​ບັນ​ດາ​​ນັກຊ່ຽວຊານ ຫວຽດນາມ ແລະ ຍີ່ປຸ່ນ, ໃຫ້ກາຍເປັນຂົວ​ເຊື່ອມຕໍ່ການຮ່ວມ​ມືລະຫວ່າງສອງປະເທດໃນຂົງເຂດທີ່ ຍີ່ປຸ່ນ ມີທ່າ​ແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ຢືນຢັນຄວາມ​ປາດ​ຖະ​ໜາ​ຢາກສືບຕໍ່ມີຫຼາຍໂອກາດເພື່ອຮັບຟັງການ​ແບ່ງ​ປັນ ແລະ ​ບັນ​ດາ​ບົດ​ຮຽນ​ການ​ຄົ້ນ​ຄວ້າ, ນຳໃຊ້ວິ​ທະ​ຍາ​ສາດ​ຂອງ​ບັນ​ດາ​ນັກວິທະຍາສາດ; ທ່ານ​ສະ​ເໜີ​ໃຫ້​ບັນ​ດາ​ນັກຊ່ຽວຊານ, ນັກວິທະຍາສາດສືບຕໍ່ຄົ້ນຄວ້າ, ປະກອບສ່ວນຢ່າງ​ແທ​ດ​ຈິງ​ໃຫ້​ແກ່ການ​ພັດ​ທະ​ນາ​ຂອງ​ປະເທດ, ກໍ່​ຄື​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປ​ຸ່ນ.

(ແຫຼ່ງຄັດຈາກ VOV)

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ສອງ​ຝ່າຍ​ຕ້ອງ​ຫັນ​ການ​ພົວ​ພັນ​ຈາກ​ການ​ຮ່ວມ​ມື​ແບບ​ເກົ​າ​ບົນ​ພື້ນ​ຖານມອບ​ຮັບ - ຖ່າຍ​ທອດ ໄປ​ຍັງ​ການ​ຮ່ວມ​ມື​ພ້ອມ​ກັນ​ສ້າງ​ສັນ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ລະ​ບູບ​ມູນ​ຄ່າ ແລະ ລະ​ບົບ​ສະ​ໜອງ”.

Top