ເຕັກໂນໂລຢີອາດສາມາດໄດ້ຮັບການຖ່າຍທອດ, ແຕ່ຄວາມສາມາດປະດິດສ້າງຕ້ອງໄດ້ເພີ່ມເຕີມຈາກມະນຸດ; ການລົງທຶນໃຫ້ພູມປັນຍາ ແລະ ລຸ້ນໜຸ່ມແມ່ນການລົງທຶນໃຫ້ອະນາຄົດ ຍາວນານທີ່ສຸດຂອງການພົວພັນ ຫວຽດນາມ ຍີ່ປຸ່ນ.
ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ເວທີປາໄສ ພາກລັດ ເອກະຊົນ ກ່ຽວກັບການຮ່ວມມືເສດຖະກິດ ແລະ ວິທະຍາສາດ ເຕັກໂນໂລຢີ ຫວຽດນາມ ຍີ່ປຸ່ນ (ພາບ: VNA)
ຫວຽດນາມ ແລະ ຍີ່ປຸ່ນ ຕ້ອງສຸມໃສ່ຄົ້ນຄ້ວາ, ພັດທະນາ ແລະ ເປັນເຈົ້າເຕັກໂນໂລຢີ, ນຳການປະດິດສ້າງ ຮ່ວມກາຍເປັນກຳລັງໜູນໃໝ່ຂອງການພົວພັນສອງປະເທດ. ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ເວທີປາໄສພາກລັດ - ເອກະຊົນ ກ່ຽວກັບການຮ່ວມມືເສດຖະກິດ ແລະ ວິທະຍາສາດ - ເຕັກໂນໂລຢີ ຫວຽດນາມ - ຍີ່ປຸ່ນ, ດ້ວຍຫົວຂໍ້ “ປະດິດຄິດສ້າງ ຮ່ວມເຕັກໂນໂລຢີ, ສ້າງລະບົບມູນຄ່າຮ່ວມໃນອະນາຄົດ”, ທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 9 ພະຈິກ, ຢູ່ໂຕກຽວ, ຍີ່ປຸ່ນ.
ກ່າວຄຳເຫັນຊີ້ນຳທີ່ເວທີປາໄສ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ຍີ່ປຸ່ນອາດສາມາດມີທ່າແຮງກ່ຽວກັບເຕັກໂນໂລຢີ, ການເງິນ, ການຄຸ້ມຄອງ, ມາດຖານຄຸນນະພາບ ແລະ ເຄືອຂ່າຍຕະຫຼາດທົ່ວໂລກ; ຫວຽດນາມ ມີແຫຼ່ງຊັບພະຍາກອນມະນຸດທີ່ຂະຫຍັນຂັນເຄື່ອນ, ຕະຫຼາດເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ມີທີ່ຕັ້ງສຳຄັນໃນເຄືອຂ່າຍການຜະລິດຢູ່ພາກພື້ນ. ຕາມທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລ້ວ, ການປະສານສົມທົບຂອງບັນດາທ່າແຮງໜູນຊ່ວຍນີ້ຈະສ້າງກຳລັງໜູນເຕີບໂຕໃໝ່ໃຫ້ແກ່ທັງສອງພື້ນຖານເສດຖະກິດ.
ຕາມທ່ານເລຂາທິການໃຫຍ່, ປະທານປະເທດແລ້ວ, ເຕັກໂນໂລຢີອາດສາມາດໄດ້ຮັບການຖ່າຍທອດ, ແຕ່ຄວາມສາມາດປະດິດສ້າງຕ້ອງໄດ້ເພີ່ມເຕີມຈາກມະນຸດ; ການລົງທຶນໃຫ້ພູມປັນຍາ ແລະ ລຸ້ນໜຸ່ມແມ່ນການລົງທຶນໃຫ້ອະນາຄົດ ຍາວນານທີ່ສຸດຂອງການພົວພັນ ຫວຽດນາມ ຍີ່ປຸ່ນ. ທ່ານໃຫ້ຮູ້ວ່າ:
ນຳການຮ່ວມມືພາກລັດ - ເອກະຊົນກາຍເປັນວິທີການສຳຄັນເພື່ອຫັນສິໄສທັດຍຸດທະສາດກາຍເປັນບັນດາໝາກຜົນລະອຽດ. ລັດສວມບົດບາດສ້າງລະບອບລະບຽບການ, ພັດທະນາພື້ນຖານໂຄງລ່າງ ແລະ ສະພາບແວດລ້ອມແຫ່ງການລົງທຶນ, ຄົ້ນຄ້ວາ, ນຳເຕັກໂນໂລຢີເຂົ້າການຜະລິດ ແລະ ຕະຫຼາດ. ບັນດາສະຖາບັນການຄົ້ນຄ້ວາ, ມະຫາວິທະຍາໄລແຫ່ງຊາດ ແມ່ນບ່ອນສ້າງພູມປັນຍາ, ເຕັກໂນໂລຢີ ແລະ ແຫຼ່ງຊັບພະຍາກອນມະນຸດໃນອະນາຄົດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຢັ້ງຢືນຄຳໝັ້ນສັນຍາປົກປ້ອງສິດຜົນປະໂຫຍດອັນຊອບທຳ, ຖືກຕ້ອງກົດໝາຍຂອງບັນດານັກລົງທຶນ; ອຳນວຍຄວາມສະດວກເພື່ອໃຫ້ບັນດາວິສາຫະກິດ, ນັກວິທະຍາສາດ, ຄູ່ຮ່ວມມືຍີ່ປຸ່ນຮ່ວມມື, ລົງທຶນ, ປະດິດຄິດສ້າງ ແລະ ພັດທະນາຍາວນານຢູ່ ຫວຽດນາມ.