ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ນຳ​ການ​​ປະ​ດິດ​ຄິດ​ສ້າງ​ຮ່ວມກາຍ​ເປັນ​ກຳ​ລັງ​ໜູນ​ໃໝ່​ຂອງ​ການ​ພົວ​ພັນ ຫວຽດນາມ - ຍີ່​ປຸ່ນ

ເຕັກ​ໂນ​ໂລ​ຢີ​ອາດ​ສາ​ມາດ​ໄດ້​ຮັບ​ການ​ຖ່າຍ​ທອດ, ແຕ່​ຄວາມ​ສາ​ມາດ​ປະ​ດິດ​ສ້າງ​ຕ້ອງ​ໄດ້​ເພີ່ມ​ເຕີມ​ຈາກ​ມະ​ນຸດ; ການ​ລົງ​ທຶນ​ໃຫ້​ພູມ​ປັນ​ຍາ ແລະ ລຸ້ນ​ໜຸ່ມ​ແມ່ນ​ການ​ລົງ​ທຶນ​ໃຫ້​ອະ​ນາ​ຄົດ ຍາວ​ນານ​ທີ່​ສຸດ​ຂອງ​ການ​ພົວ​ພັນ ຫວຽດ​ນາມ ຍີ່​ປຸ່ນ.
  ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ ພາກ​ລັດ ເອ​ກະ​ຊົນ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ ຍີ່​ປຸ່ນ (ພ​າບ: VNA)  

ຫວຽດ​ນາມ ແລະ ຍີ່​ປຸ່ນ ຕ້ອງ​ສຸມ​ໃສ່​ຄົ້ນ​ຄ້​ວາ, ພັດ​ທະ​ນາ ແລະ ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ, ນຳ​ການ​​ປະ​ດິດ​ສ້າງ ຮ່ວມກາ​ຍ​ເປັນ​ກຳ​ລັງ​ໜູນ​ໃໝ່​ຂອງ​ການ​ພົວ​ພັນ​ສອງ​ປະ​ເທດ. ນີ້​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢູ່​ເວ​ທີ​ປາ​ໄສ​ພາກ​ລັດ - ເອ​ກະ​ຊົນ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ຍີ່​ປຸ່ນ, ດ້ວຍ​ຫົວ​ຂໍ້ “​ປະ​ດິດ​ຄິດ​ສ້າງ ຮ່ວມເຕັກ​ໂນ​ໂລ​ຢີ, ​​ສ້າງ​ລະ​ບົບ​ມູນ​ຄ່າຮ່ວມໃນ​ອະ​ນາ​ຄົດ”, ທີ່​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 9 ພະ​ຈິກ, ຢູ່​ໂຕ​ກຽວ, ຍີ່​ປຸ່ນ.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່​ເວ​ທີ​ປາ​ໄສ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຖື​ວ່າ ຍີ່​ປຸ່ນ​ອາດ​ສາ​ມາດ​ມີ​ທ່າ​ແຮງ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ, ການ​ເງິນ, ການ​ຄຸ້ມ​ຄອງ, ມາດ​ຖານ​ຄຸນ​ນະ​ພາບ ແລະ ເຄືອ​ຂ່າຍ​ຕະຫຼາດ​ທົ່ວ​ໂລກ; ຫວຽດ​ນາມ ມີ​ແຫຼ່ງ​ຊັບ​ພະ​ຍາ​ກອ​ນ​ມະ​ນຸດ​ທີ່​ຂະ​ຫຍັນ​ຂັນ​ເຄື່​ອນ, ຕະຫຼາດ​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ, ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ເຄືອ​ຂ່າຍ​ການ​ຜະ​ລິດ​ຢູ່​ພາກ​ພື້ນ. ຕາມ​ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ ແລ້ວ, ການ​ປະ​ສານ​ສົມ​ທົບ​ຂອງ​ບັນ​ດາ​ທ່າ​ແຮງ​ໜູນ​ຊ່ວຍ​ນີ້​ຈະ​ສ້າງ​ກຳ​ລັງ​ໜູນ​ເຕີບ​ໂຕ​ໃໝ່​ໃຫ້​ແກ່​ທັງ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ.

ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດແລ້ວ, ເຕັກ​ໂນ​ໂລ​ຢີ​ອາດ​ສາ​ມາດ​ໄດ້​ຮັບ​ການ​ຖ່າຍ​ທອດ, ແຕ່​ຄວາມ​ສາ​ມາດ​ປະ​ດິດ​ສ້າງ​ຕ້ອງ​ໄດ້​ເພີ່ມ​ເຕີມ​ຈາກ​ມະ​ນຸດ; ການ​ລົງ​ທຶນ​ໃຫ້​ພູມ​ປັນ​ຍາ ແລະ ລຸ້ນ​ໜຸ່ມ​ແມ່ນ​ການ​ລົງ​ທຶນ​ໃຫ້​ອະ​ນາ​ຄົດ ຍາວ​ນານ​ທີ່​ສຸດ​ຂອງ​ການ​ພົວ​ພັນ ຫວຽດ​ນາມ ຍີ່​ປຸ່ນ. ທ່ານ​ໃຫ້​ຮູ້​ວ່າ:

ນຳ​ການ​ຮ່ວມ​ມື​ພາກ​ລັດ - ເອ​ກະ​ຊົນ​ກາຍ​ເປັນ​ວິ​ທີ​ການ​ສຳ​ຄັນ​ເພື່ອ​ຫັນສິ​ໄສ​ທັດ​ຍຸດ​ທະ​ສາດ​ກາຍ​ເປັນ​ບັນ​ດາ​ໝາກ​ຜົນ​ລະ​ອຽດ. ລັດ​ສວມ​ບົດ​ບາດ​ສ້າງ​ລະ​ບອບ​ລະ​ບຽບ​ການ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ຄົ້ນ​ຄ້​ວາ, ນຳ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ການ​ຜະ​ລິດ ແລະ ຕະຫຼາດ. ບັນ​ດາ​ສະ​ຖາ​ບັນ​ການ​ຄົ້ນ​ຄ້​ວາ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ແມ່ນ​ບ່ອນ​ສ້າງ​ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຢີ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ອະ​ນາ​ຄົດ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ຢັ້ງ​ຢືນຄຳ​ໝັ້ນ​ສັນ​ຍາປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ, ຖືກ​ຕ້ອງ​ກົດ​ໝາຍ​ຂອງ​ບັນ​ດາ​ນັກ​ລົງ​ທຶນ; ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ວິ​ທະ​ຍາ​ສາດ, ຄູ່​ຮ່ວມ​ມື​ຍີ່​ປຸ່ນ​ຮ່ວມ​ມື, ລົງ​ທຶນ, ປະ​ດິດ​ຄິດ​ສ້າງ ແລະ ພັດ​ທ​ະ​ນາ​ຍາວ​ນານ​ຢູ່ ຫວຽດ​ນາມ.


top