• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ: ການສ້າງອົງການຈັດຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ ເຄັ່ງຂຶມ, ເຂັ້ມແຂງ ແລະ ພັດທະນາ

ພຸດທະສາສະໜາ ຫວຽດນາມ ໄດ້ສືບທອດມູນເຊື້ອ, ເຕີບໃຫຍ່ເຂັ້ມແຂງຂຶ້ນໃນທຸກດ້ານຢ່າງບໍ່ຢຸດຢັ້ງ
  ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: VNA)  

ດ້ວຍ​ການ​ປະ​ຕິ​ບັດ​ຕາມຫຼັກ​ຄຳ​ສອນ "​ຄຳ​ສອນ​ພຸດ​ທະສາສະໜາ - ປະເທດຊາດ - ລັດ​ທິ​ສັງ​ຄົມ​ນິ​ຍົມ" ພຸດທະ​ສາ​ສະ​ໜາ ຫວຽດນາມ ໄດ້ສືບ​ທອດ​ມູນ​ເຊື້ອ, ເຕີບໃຫຍ່ເຂັ້ມແຂງຂຶ້ນໃນ​ທຸກ​ດ້ານຢ່າງ​ບໍ່​ຢຸດຢັ້ງ, ຢືນຢັນສາຍພົວພັນທີ່ບໍ່​​ອາດສາ​ມາດ​ຕັດແຍກອອກຈາກ​ຄຳ​ສອນ​ພຸດ​ທະສາສະໜາ ແລະ ປະເທດຊາດໄດ້. ນັ້ນ​ແມ່ນ​ຄຳຢືນຢັນ​ຂອງ​ທ່ານ ເຈິ່ນ​ແທັງ​ເໝີ້ນ, ​ປະ​ທານ​ສະ​ພາ​ແຫ່ງຊາດ ຫວຽດ​ນາມ ທີ່ກອງປະຊຸມໃຫຍ່​ຜູ້​ແທນພຸດທະສາສະໜາທົ່ວ​ປະ​ເທດຄັ້ງທີ 10, ອາຍ​ຸ​ການ 2026-2031, ​ທີ່​ຈັດຂຶ້ນໃນຕອນເຊົ້າວັນທີ 07 ພະຈິກ, ຢູ່ນະຄອນ ໂຮ່ຈິມິນ.

ກ່າວຄຳ​ເຫັນ​ທີ່ກອງປະຊຸມ, ​ທ່ານປະທານສະພາແຫ່ງຊາດ ເຈິ່ນ​ແທັງ​ເໝີ້ນ, ໄດ້ຕີລາຄາສູງຕໍ່ສະ​ມາ​ຄົມພຸດທະ​ສາ​ສະ​ໜາ ຫວຽດນາມ ​ທີ່ໄດ້ເລືອກຫົວຂໍ້ ​ຂອງກອງປະຊຸມໃຫຍ່ຄັ້ງນີ້​ແມ່ນ "​ລະ​ບຽບວິໄນ - ​ການ​ປ່ຽນ​ແປງ​ໃໝ່ - ປະສິດທິ​ພາບ - ປະສິດທິ​ຜົນ":

ສ້າງອົງ​ການຈັດ​ຕັ້ງ​ສາ​ມາ​ຄົມພຸດທະ​ສາ​ສະ​ໜາ ຫວຽດນາມ ເຄ​ັ່ງ​ຂຶມ, ເຂັ້ມແຂງ ແລະ ພັດທະນາ; ສືບຕໍ່ເສີມ​ຂະ​ຫຍາຍ​ບັນ​ດາຄຸນຄ່າອັນດີງາມຂອງພຸດທະສາສະໜາ ຫວຽດນາມ, ຢືນຢັນທີ່​ຕັ້ງ​ຂອງອົງການພຸດທະສາສະໜາ​ໜຶ່ງດຽວ​ຢູ່ ຫວຽດນາມ ທີ່ຕາງ​ໜ້າ​ໃຫ້ພະ​ສົງ​ສຳ​ມະ​ເນນ​​, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດນາມ ທັງພາຍໃນ ແລະ ຕ່າງປະເທດ. ສະມາຄົມພຸດທະສາສະໜາ ຫວຽດນາມ ສືບຕໍ່ເຕົ້າໂຮມຄວາມ​ສາ​ມັກ​ຄີ ພະ​ສົງ​ສຳ​ມະ​ເນນ​​, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດນາມ ເພື່ອປະຕິບັດບັນ​ດາ​ການເຄື່ອນໄຫວ​ແຂ່ງ​ຂັນຮັກຊາດ, ​ຕິດ​ພັນ​ຢ່າງ​ໃກ້​ຊິດ, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ເທດຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມສາມັກຄີ, ປອງດອງຊາດ, ແລະ ປົກ​ປັ​ກ​ຮັກ​ສາສັນຕິພາບໂລກ​ຢ່າງ​ແທດຈິງ.

(ແຫຼ່ງຄັດຈາກ VOV)

ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີຢູ່ຕາແສງ ບິ່ງເລີ້ຍ, ນະຄອນໂຮ່ຈິມິນ

ປະທານສະພາແຫ່ງຊາດເຂົ້າຮ່ວມວັນບຸນມະຫາສາມັກຄີຢູ່ຕາແສງ ບິ່ງເລີ້ຍ, ນະຄອນໂຮ່ຈິມິນ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສະເໜີຕາແສງ ບິ່ງເລີ້ຍ ເວົ້າລວມ, ເຂດຊຸມຊົນບ້ານ 15 ເວົ້າສະເພາະ, ສືບຕໍ່ຮັກສານ້ຳໃຈຄວາມສາມັກຄີ; ເສີມຂະຫຍາຍບັນດາຮູບແບບການຄຸ້ມຄອງດ້ວຍຕົນເອງຢ່າງມີປະສິດທິຜົນ

Top