ຂ່າວສານ

ສວນສາທາລະນະ ເລທິຮຽງ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 1.000 ອັດຖິ

ຕາມບົດ​ລາຍ​ງານ​ຂອງ​ກອງ​ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະຊີ​ວິດ​ເພື່ອ​ຊາດ ຂຶ້ນ​ກັບ​ກອງ​ບັນ​ຊາ​ການ ນະ​ຄອນ ໂຮ່​ຈີ​ມິນ​, ວັນ​ທີ 10 ພະ​ຈິກ​, ບັນ​ດາ​ກຳ​ລັງ​ໄດ້​ພົບ​ເຫັນ​, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະຊີ​ວິດ​ເພື່ອ​ຊາດ​ອີກ 5 ອັດຖິ​.
  ວຽກງານຄົ້ນຫາ, ທ້ອນໂຮມ​ຢູ່ ສວນ​ສາ​ທາ​ລະ​ນະ ເລ​ທິ​ຮຽງ (ພາບ: VNA)  

​ນັບ​ແຕ່​ວັນ​ທີ 15 ຕຸ​ລາ ຮອດ​ວັນ​ທີ 10 ພະ​ຈິກ 2026, ໃນໄລຍະ​ທີ 2 ຂອງການຊອກ​ຫາ​, ທ້ອນ​ໂຮມ​ຢູ່ ສວນ​ສາ​ທາ​ລະ​ນະ ເລ​ທິ​ຮຽງ​, ບັນ​ດາ​ກຳ​ລັງ​ໄດ້​ພົບ​ເຫັນ​, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະຊີ​ວິດ​ເພື່ອ​ຊາດ 279 ອັດຖິ​​. ກ່ອນ​ໜ້າ​ນັ້ນ​, ໃນ​ໄລຍະ​ທີ 1, ບັນ​ດາ​ກຳ​ລັງ​ໄດ້ຊອກຫາ​, ທ້ອນ​ໂຮມ​​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະຊີ​ວິດ​ເພື່ອ​ຊາດ 731 ອັດຖິ​ ແລະ ໄດ້​ຈັດ​ພິ​ທີ​ໄວ້​ອາ​ໄລ​ຕາມການ​ກຳ​ນົດ​. ນັບ​ແຕ່​ວັນ​ທີ 23 ມິ​ຖຸ​ນາ ຮອດ​ວັນ​ທີ 10 ພະ​ຈິກ 2026, ໄດ້​ຊອກ​ຫາ​, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະຊີ​ວິດ​ເພື່ອ​ຊາດ ຢູ່​ສວນ​ສາ​ທາ​ລະ​ນະ ເລ​ທິ​ຣຽງ​ ລວມ​ທັງ​ໝົດ​ກວ່າ 1.000 ອັດຖິ​​, ໃນ​ນັ້ນ​ມີ 371 ອັດຖິມີວັດ​ຖຸພັນຕິດມາພ້ອມ​.

​​ບັນ​ດາ​ກຳ​ລັງພວມ​ສືບ​ຕໍ່​​​ຜັນ​ຂະ​ຫຍາຍວຽກ​ງານຊອກ​ຫາ​, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະຊີ​ວິດ​ເພື່ອ​ຊາດ​ຢ່າງ​ຮີບ​ດ່ວນ​, ດ້ວຍ​ນຳ​້​ໃຈ​ຄວາມ​ຮັບ​ຜິດ​ຊອບ​ສູງ​, ສະ​ແດງ​ຄວາມ​ຕອບ​ບຸນ​ຄຸນອັນ​ເລິກ​ເຊິ່ງ​ຕໍ່​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​.


top