ທ່ານປະທານາທິບໍດີ Zelensky ຢັ້ງຢັນວ່າ “ການແລກປ່ຽນທີ່ມີຂອບຂະໜາດໃຫຍ່ ພວມໄດ້ຮັບການກະກຽມ”, ພ້ອມກັນນັ້ນກໍ່ເປີດເຜີຍວ່າ ບັນດາເຈົ້າໜ້າທີ່ ອາເມລິກາ ຈະເດີນທາງໄປຍັງ ລັດເຊຍ ເພື່ອປຶກສາຫາລືກ່ຽວກັບບັນຫານີ້ຕື່ມອີກ.
ບັນດານັກເຈລະຈາພວມກະກຽມໃຫ້ແກ່ຄວາມອາດສາມາດດຳເນີນການແລກປ່ຽນນັກໂທດທີ່ມີຂອບຂະໜາດໃຫຍ່ (ພາບປະກອບ: VNA)
ວັນທີ 10 ພະຈິກ, ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ໄດ້ແຈ້ງວ່າ ບັນດານັກເຈລະຈາທີ່ເຂົ້າຮ່ວມຮອບເຈລະຈາໂດຍ ອາເມລິກາ ນຳພາລະຫວ່າງ ຢູແກຼນ ແລະ ລັດເຊຍ ຢູ່ Abu Dhabi (ສະຫະລັດອາຣັບເອມມີເລດ) ພວມກະກຽມໃຫ້ແກ່ຄວາມອາດສາມາດດຳເນີນການແລກປ່ຽນນັກໂທດທີ່ມີຂອບຂະໜາດໃຫຍ່.
ທ່ານປະທານາທິບໍດີ Zelensky ຢັ້ງຢັນວ່າ “ການແລກປ່ຽນທີ່ມີຂອບຂະໜາດໃຫຍ່ ພວມໄດ້ຮັບການກະກຽມ”, ພ້ອມກັນນັ້ນກໍ່ເປີດເຜີຍວ່າ ບັນດາເຈົ້າໜ້າທີ່ ອາເມລິກາ ຈະເດີນທາງໄປຍັງ ລັດເຊຍ ເພື່ອປຶກສາຫາລືກ່ຽວກັບບັນຫານີ້ຕື່ມອີກ.
ຮອບເຈລະຈາສາມຝ່າຍລະຫວ່າງ ລັດເຊຍ, ອາເມລິກາ ແລະ ຢູແກຼນ ທີ່ Abu Dhabi ໄດ້ສິ້ນສຸດລົງໃນມື້ເຮັດວຽກທຳອິດພາຍຫຼັງປະມານ 4,5 ຊົ່ວໂມງ, ໃນສະພາບການທີ່ບັນດາຝ່າຍສຸມໃສ່ການປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງແຜນການສ້າງຂອບຄວາມໝັ້ນຄົງໃຫ້ແກ່ ເອີຣົບ ພາຍຫຼັງການປະທະກັນ. ການເຈລະຈາສືບຕໍ່ໄດ້ດຳເນີນໄປໃນວັນທີ 11 ພະຈິກ.
(ແຫຼ່ງຄັດຈາກ VOV)