ຂ່າວສານ

ຢູແກຼນ ກະກຽມການແລກປ່ຽນນັກໂທດທີ່ມີຂອບຂະໜາດໃຫຍ່ກັບ ລັດເຊຍ

ທ່ານປະທານາທິບໍດີ Zelensky ຢັ້ງຢັນວ່າ “ການແລກປ່ຽນທີ່ມີຂອບຂະໜາດໃຫຍ່ ພວມໄດ້ຮັບການກະກຽມ”, ພ້ອມກັນນັ້ນກໍ່ເປີດເຜີຍວ່າ ບັນດາເຈົ້າໜ້າທີ່ ອາເມລິກາ ຈະເດີນທາງໄປຍັງ ລັດເຊຍ ເພື່ອປຶກສາຫາລືກ່ຽວກັບບັນຫານີ້ຕື່ມອີກ.
  ບັນດານັກເຈລະຈາພວມກະກຽມໃຫ້ແກ່ຄວາມອາດສາມາດດຳເນີນການແລກປ່ຽນນັກໂທດທີ່ມີຂອບຂະໜາດໃຫຍ່ (ພາບ​ປະ​ກອບ: VNA)  

ວັນທີ 10 ພະຈິກ, ທ່ານ Volodymyr Zelensky ປະທານາທິບໍດີ ຢູ​ແກຼນ ໄດ້ແຈ້ງວ່າ ບັນ​ດານັກເຈລະຈາທີ່​​ເຂົ້າ​ຮ່ວມຮອບເຈລະຈາໂດຍ ອາ​ເມ​ລິ​ກາ ນຳ​ພາລະຫວ່າງ ຢູ​ແກຼນ ແລະ ລັດເຊຍ ຢ​ູ່ Abu Dhabi (​ສະ​ຫະ​ລັດອາ​ຣັບ​ເອມມີເລດ) ພວມກະກຽມ​ໃຫ້​ແກ່ຄວາມ​ອາດສາ​ມາດ​ດຳ​ເນີນ​ການ​ແລກ​ປ່ຽນນັກ​ໂທດ​​ທີ່​ມີຂອບຂະໜາດໃຫຍ່.

ທ່ານປະທານາທິບໍດີ Zelensky ຢັ້ງຢັນວ່າ “ການແລກປ່ຽນທີ່ມີ​ຂອບ​ຂະ​ໜາດໃຫຍ່ ພວມ​ໄດ້ຮັບການກະກຽມ”, ພ້ອມ​ກັນ​ນັ້ນ​ກໍ່ເປີດເຜີຍວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່ ອາ​ເມ​ລິ​ກາ ຈະເດີນທາງໄປຍັງ ລັດ​ເຊຍ ເພື່ອປຶກສາຫາລືກ່ຽວກັບບັນ​ຫານີ້ຕື່ມ​ອີກ.

ຮອບເຈລະຈາສາມຝ່າຍລະຫວ່າງ ລັດເຊຍ, ອາ​ເມ​ລິ​ກາ ແລະ ​ຢູ​ແກຼນ ທີ່ Abu Dhabi ໄດ້ສິ້ນສຸດລົງໃນມື້ເຮັດວຽກທຳອິດ​ພາຍ​ຫຼັງປະມານ 4,5 ຊົ່ວໂມງ, ໃນ​ສະ​ພາບ​ການ​ທີ່​ບັນ​ດາ​ຝ່າຍ​ສຸມ​ໃສ່ການປຶກສາຫາລື​​ບັນດາບັນຫາທີ່ກ່ຽວ​ຂ້ອງ​ເຖິງ​ແຜນ​ການ​ສ້າງຂອບຄວາມໝັ້ນຄົງ​ໃຫ້​ແກ່ ເອີຣົບ ພາຍຫຼັງ​ການ​ປະ​ທະ​ກັນ. ການເຈ​ລະ​ຈາ​​ສືບ​ຕໍ່​ໄດ້ດຳເນີນໄປໃນວັນທີ 11 ພະຈິກ.


top