ຂ່າວສານ

ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງ UNRWA ແລະ ບັນດາຄວາມພະຍາຍາມສັນຕິພາບ, ສ້າງສັນເຂດ ກາຊາ ຄືນໃໝ່

ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືສາກົນເພື່ອປະກອບສ່ວນເຂົ້າໃນສັນຕິພາບແບບຍືນຍົງ ແລະ ຟື້ນຟູເຂດ ກາຊາ, ໂດຍອີງໃສ່ກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.
ທ່ານ ຫງວຽນຫາຍລຶວ, ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳສະຫະປະຊາຊາດ (ພາບ: VNA)

ວັນທີ 12 ພະຈິກ, ​ຢູ່ສຳນັກງານສະຫະປະຊາຊາດ, ທີ່ນະຄອນ ນິວຢອກ, ອາ​ເມ​ລິ​ກາ, ຄະນະກຳມະການການເມືອງພິເສດ ແລະ​ ປອດ​ລ່າ​ເມືອງ​ຂຶ້ນ (​ຄະ​ນະ​ກຳ​ມະ​ການ 4) ​ຂຶ້ນ​ກັບກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ​ຊຸດ​ທີ 81 ໄດ້​ປຶກ​ສາ​ຫາ​ລື​ກ່ຽວກັບບັນ​ດາ​ການ​ເຄື່ອ​ນ​ໄຫວ​ຂອງອົງການກູ້​ໄພ​ກູ້​ຊີ​ບ ແລະ ວຽກ​ເຮັດງານ​ທຳຂອງສະ​ຫະ​ປະ​ຊາ​ຊາດ​ສະ​ຫງວນ​ໃຫ້ຊາວອົບພະຍົບ ປາແລັດສະຕິນ ຢູ່ພາກ​ພື້ນຕາເວັນອອກໃກ້ (UNRWA).

​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ, ທ່ານ ຫງວຽນ​ຫາຍ​ລຶວ, ອັກ​ຄະ​ລັດ​ຖະ​ທູດ, ຮອງຫົວໜ້າຄະນະຜູ້ຕາງ​ໜ້າຖາວອນ ຫວຽດນາມ ປະຈຳສະ​ຫະ​ປະ​ຊາ​ຊາດ, ໄດ້ຮຽກຮ້ອງໃຫ້​ບັນ​ດາຝ່າຍຮັກສາ​ຄຳ​ສັ່ງຢຸດຍິງ, ລະ​ງັບ​ໃຈ​ຢ່າງ​ສຸດ​ຂີດ, ເຄົາ​ລົບ​ກົດໝາຍວ່າ​ດ້ວຍມະນຸດສະທຳສາກົນ, ປົກປ້ອງ​ສາ​ມັນ​ຊົນ, ພາ​ລະ​ກອນ​ໂດຍ​ມະ​ນຸດ​ສະ​ທຳ ແລະ ພື້ນຖານໂຄງລ່າງພົນລະເຮືອນ; ຮັບປະກັນການ​ຍ​ຊ່ວຍ​ເຫຼືອມະ​ນຸດ​ສະ​ທຳ​ໄດ້​ຮັບການສະໜອງຢ່າງປອດໄພ, ທັນ​ການ, ບໍ່ຖືກ​ກີດ​ຂວາງ. ຫວຽດນາມ ຢືນ​ຢັນ​ບົດ​ບາດ​ຈຳ​ເປັນ, ບໍ່ສາມາດທົດແທນໄດ້ຂອງ UNRWA ໃນການໜູນ​ຊ່ວຍ​ຊາວ​ລີ້​ໄພ ປາແລັດສະຕິ​ນ ນັບລ້ານຄົນຢູ່ Gaza, ຝັ່ງ​ຕາ​ເວັນ​ຕົກ; ຮຽກຮ້ອງເຄົາລົບກົດບັດ​ສະ​ຫະ​ປະ​ຊາ​ຊາດ. ຫວຽດນາມ ຊົມ​ເຊີນ​ເລື່ອງ​ຕໍ່​ກຳ​ນົດ​ເວ​ລາ​ໜ້າ​ທີ່​ຂອງ UNRWA ຈົນຮອດເດືອນ ມິຖຸນາ 2029, ບັນ​ດາຄວາມພະຍາຍາມ​ເພີ່ມ​ທະ​ວີຄວາມ​ລັກ​ສະ​ນະ​ເປັນກາງ, ໂປ່ງໃສ ແລະ ພ້ອມ​ກັນ​ນັ້ນຮຽກຮ້ອງຮັບປະກັນການສະໜອງ​ແຫຼ່ງ​ການ​ເງິນ​ຢ່າງພຽງພໍ, ​ເປັນ​ປົກ​ກະ​ຕິ ແລະ ຍືນຍົງໃຫ້​ແກ່ອົງການ.

ກ່ຽວກັບບັນ​ດາຄວາມພະຍາຍາມ​ເພື່ອສັນຕິພາບ ແລະ ການສ້າງ​ສັນເຂດ ກາ​ຊາ ຄືນ​ໃໝ່, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນ​ດາຄູ່ຮ່ວມມືສາກົນເພື່ອ​ປະ​ກອບ​ສ່ວນ​ເຂົ້າໃນສັນຕິພາບແບບຍືນຍົງ ແລະ ຟື້ນຟູເຂດ ກາ​ຊາ, ໂດຍ​ອີງ​ໃສ່​ກົດ​ບັດ​ຂອງ​ສະ​ຫະ​ປະ​ຊາ​ຊາດ ແລະ ກົດໝາຍສາກົນ.


top