• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​າ​ທິ​ບໍ​ດີ ລັດ​ເຊຍ ແລກ​ປ່ຽນ​ກັບ​ທູດ​ພິ​ເສດ ອາ​ເມ​ລິ​ກາ ກ່ຽວ​ກັບ​ວິ​ວັດ​ການ​ສັນ​ຕິ​ພາບ ຢູ​ແກຼນ

ວັນ​ທີ 12 ພະ​ຈິກ, ທ່ານ​ Vladimir Putin ປະ​ທາ​ນາ​ທິ​ບໍ ລັດ​ເຊຍ ໄດ້​ພົບ​ປະ​ກັບ​ ທ່ານ Steve Witkoff ແລະ Jared Kushner ເຊິ່ງ​ແມ່ນ​ທູດ​ພິ​ເສດ​ຂອງ​ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢູ່​ວັງ Kremlin.
ທ່ານ​ Vladimir Putin ປະ​ທາ​ນາ​ທິ​ບໍ ລັດ​ເຊຍ (ພ​າບ: AA/VNA)

ວັນ​ທີ 12 ພະ​ຈິກ, ທ່ານ​ Vladimir Putin ປະ​ທາ​ນາ​ທິ​ບໍ ລັດ​ເຊຍ ໄດ້​ພົບ​ປະ​ກັບ​ ທ່ານ Steve Witkoff ແລະ Jared Kushner ເຊິ່ງ​ແມ່ນ​ທູດ​ພິ​ເສດ​ຂອງ​ທ່ານ Donald Trump ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢູ່​ວັງ Kremlin. ນະ​ທີ່​ນີ້, ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວກັບໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ສາມ​ຝ່າຍ​ຢູ່ Abu Dhabi, ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ວິ​ວັດ​ການສົນທະນາ ແລະ ຊຸກ​ຍູ້​ບັນ​ດາ​ບາດ​ກ້າວເດີນ​ມະ​ນຸດ​ສະ​ທຳ.

ທ່ານ Vladimir Putin ​ປະ​ທາ​ນ​າ​ທິ​ບໍ​ດີ ລັດ​ເຊຍ ​ສະ​ເໜີ​ຝ່າຍ ອາ​ເມ​ລິ​ກາ ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາທີ່​ຜ່ານ​ມາ, ລັກ​ສະ​ນະ​ຂອງ​ການ​ແລກ​ປ່ຽນ​ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼນ, ກໍ່​ຄື​ແງ່​ຫວັງ​ຮັກ​ສາ​ການ​ພົບ​ປະ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ເຕື້ອງ​ເຖິງ​ບົດ​ບາດ​ຂອງ ເອີ​ລົບ​ ໃນ​ວິ​ວັດ​ການ​ແກ້​ໄຂ​ການ​ປະ​ທະ​ກັນ, ການ​ນຳ ​ລັດ​ເຊຍ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກໃຫ້ ອາ​ເມ​ລິ​ກາ ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ຄູ່​ຮ່ວ​ມ​ມື ​ເອີ​ລົບ ເພື່ອ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ວິ​ທີ​ການ​ເຂົ້າ​ເຖິງ ແລະ ການກຳນົດທິດ​ທີ່ສອດ​ຄ່ອງ ​ແນ​ໃສ່​ຊຸກ​ຍູ້​ສັນ​ຕິ​ພາບ.

ສ່ວນ​ຝ່າຍ ອາ​ເມ​ລິ​ກາ, ທ່ານ Steve Witkoff ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ແລກ​ປ່ຽນ​ຢູ່ Abu Dhabi ໄດ້​ດຳ​ເນີນ​ຢ່າງ​ຕັ້ງ​ໜ້າ, ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ແທ້​ຈິງ ແລະ ມີ​ລັກ​ສະ​ນະ​ສ້າງ​ສັນ​ຂອງ​ທັງ​ສອງ​ຝ່າຍ ລັດ​ເຊຍ ແລະ ຢູ​ແກຼນ. ທ່ານ Steve Witkoff ຢັ້ງ​ຢືນ ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ຖື​ເປັນ​ສຳ​ຄັນ​ການ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ. ທ່ານປະ​ທາ​ນາ​ທິ​ບໍ​ດີ Donald Trump ໄດ້​ສະ​ເໜີ​ສົ່ງ​ສານ​ໄປ​ຍັງ​ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ວ່າ ວໍ​ຊິງ​ຕັນ​ ຖື​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ໂດຍ​ໄວ​ແມ່ນ​ບຸ​ລິ​ມະ​ສິດ​ສຳ​ຄັນ​ທີ່​ສຸດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງ UNRWA ແລະ ບັນດາຄວາມພະຍາຍາມສັນຕິພາບ, ສ້າງສັນເຂດ ກາຊາ ຄືນໃໝ່

ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງ UNRWA ແລະ ບັນດາຄວາມພະຍາຍາມສັນຕິພາບ, ສ້າງສັນເຂດ ກາຊາ ຄືນໃໝ່

ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືສາກົນເພື່ອປະກອບສ່ວນເຂົ້າໃນສັນຕິພາບແບບຍືນຍົງ ແລະ ຟື້ນຟູເຂດ ກາຊາ, ໂດຍອີງໃສ່ກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.

Top