ການຮ່ວມມື ASEAN – AIPA ຕ້ອງຫັນຈາກການສຸມໃສ່ “ຮັບຮອງເອົາມະຕິ” ໄປສູ່ການ “ຕິດຕາມການປະຕິບັດ”, ຕິດພັນການວາງແຜນກຳນົດນະໂຍບາຍ ກັບການເຄື່ອນໄຫວດ້ານນິຕິກຳ, ຂໍ້ຕົກລົງງົບປະມານ ແລະ ການຕິດຕາມກວດກາຂອງລັດຖະສະພາບັນດາປະເທດ.
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມສົນທະນາຄັ້ງທີ 15 ລະຫວ່າງການນຳ ອາຊຽນ ກັບບັນດາຜູ້ຕາງໜ້າສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) (ພາບ: VNA)
ການຮ່ວມເດີນທາງ, ປະສານສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງລັດຖະບານ ແລະ ລັດຖະສະພາບັນດາປະເທດສະມາຊິກແມ່ນພື້ນຖານ, ກຳລັງໜູນສຳຄັນເພື່ອໃຫ້ ອາຊຽນ ຫັນວິໄສທັດກ່ຽວກັບປະຊາຄົມແຫ່ງຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ ແລະ ຖືປະຊາຊົນເປັນໃຈກາງໃຫ້ເປັນຮູບປະທຳ. ນີ້ແມ່ນການຢັ້ງຢືນຂອງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ຢູ່ກອງປະຊຸມສົນທະນາຄັ້ງທີ 15 ລະຫວ່າງການນຳ ອາຊຽນ ກັບບັນດາຜູ້ຕາງໜ້າສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 15 ພະຈິກ, ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ຢູ່ມານີລາ, ຟີລິບປິນ.
ທ່ານນາຍົກລັດຖະມົນຕີ ສະເໜີບັນດາທິດທາງຈຸດສຸມໃຫ້ການຮ່ວມມືລະຫວ່າງ ອາຊຽນ ແລະ AIPA ໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ການຮ່ວມມື ASEAN – AIPA ຕ້ອງຫັນຈາກການສຸມໃສ່ “ຮັບຮອງເອົາມະຕິ” ໄປສູ່ການ “ຕິດຕາມການປະຕິບັດ”, ຕິດພັນການວາງແຜນກຳນົດນະໂຍບາຍ ກັບການເຄື່ອນໄຫວດ້ານນິຕິກຳ, ຂໍ້ຕົກລົງງົບປະມານ ແລະ ການຕິດຕາມກວດກາຂອງລັດຖະສະພາບັນດາປະເທດ.
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ບັນດາຄຳໝັ້ນສັນຍາຂອງ ອາຊຽນ ຈະມີຜົນສັກສິດຢ່າງແທ້ຈິງກໍ່ຕໍ່ເມື່ອຫັນເປັນກົດໝາຍ, ແຫຼ່ງກຳລັງ ແລະ ການກະທຳລະອຽດຢູ່ແຕ່ລະປະເທດ. ທ່ານນາຍົກລັດຖະມົນຕີ ຖືວ່າ ຕ້ອງເສີມຂະຫຍາຍບົດບາດການທູດລັດຖະສະພາໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ກັບລັດຖະສະພານັກສັງເກດການ ແລະ ຄູ່ຮ່ວມມືພັດທະນາ; ແບ່ງປັນບົດຮຽນປະສົບການກ່ຽວກັບການສ້າງກົດໝາຍ, ຕິດຕາມກວດກາມ, ງົບປະມານສີຂຽວ ແລະ ລັດຖະສະພາດີຈີຕອນ.