• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ ຝ​ລັ່ງ​ໂກ​ໂຟ​ນີ

ຫວຽດ​ນາມ ຍາມ​ໃດ​ກໍ່​ແມ່ນ​ສະ​ມາ​ຊິກທີ່​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ ຝ​ລັ່ງ​ໂກ​ໂຟ​ນີ, ທ່ານ​ປາດ​ຖະ​ໜາ​ຢາກ​ໃຫ້ສອງ​ຝ່າຍ​ຊຸກ​ຍູ້​ການ​ຂຸດ​ຄົ້ນ​ທ່າ​ແຮງ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​ຂອງ​ແຕ່​ລະ​ຝ່າຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ.
ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ ທ່ານ​ນາງ Louise Mushikiwabo ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ສາ​ກົນ ຝ​ລັ່ງ​ໂກ​ໂຟ​ນີ (OIF) (ພາບ: VNA)

ຕອນ​ບ່າຍ​ວັນ​ທີ 15 ພະ​ຈິກ, ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ, ກຳ​ປູ​ເຈຍ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ການ​ນຳ​ບັນ​ດາ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ທີ່ພວມ​ໄປເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ຝ​ລັ່ງ​ໂກ​ໂຟ​ນີ​ ຄັ້ງ​ທີ XX.

ທີ່ການແລກ​ປ່ຽນ​ກັບ ​ທ່ານ ໂຕ​ເລິມ, ທ່ານ​ນາງ Louise Mushikiwabo ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ສາ​ກົນ ຝ​ລັ່ງ​ໂກ​ໂຟ​ນີ (OIF) ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ, ຖາ​ນະ​ທີ່ຕັ້ງ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ ຂອງ ຫວຽດ​ນາມ ໃນ​ປະ​ຊາ​ຄົມ ​ຝ​ລັ່ງ​ໂກ​ໂຟ​ນີ; ຢັ້ງ​ຢືນ OIF ຈະ​ສືບ​ຕໍ່​ຮ່ວມ​ມື​ກັບ ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ຂົງ​ເຂດ​ການ​ສິ​ດ​ສອນ ແລະ ເຜີຍແຜ່​ພາ​ສາ ​ຝ​ລັ່ງ, ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ກະ​ສິ​ກຳ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.

ສ່ວນ​ຝ່າຍ​ຫວຽດ​ນາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ແມ່ນ​ສະ​ມາ​ຊິກທີ່​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ ຝ​ລັ່ງ​ໂກ​ໂຟ​ນີ, ທ່ານ​ປາດ​ຖະ​ໜາ​ຢາກ​ໃຫ້ສອງ​ຝ່າຍ​ຊຸກ​ຍູ້​ການ​ຂຸດ​ຄົ້ນ​ທ່າ​ແຮງ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​ຂອງ​ແຕ່​ລະ​ຝ່າຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ, ນຳ​ການ​ຮ່ວມ​ມື ຫວຽດ​ນາມ - OIF ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

​ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ ມາ​ຣົກ, ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ຫວຽດ​ນາມ ​ຢູ່​ພາກ​ພື້ນອາບ​ຟ​ຼິກ​ກາ​ເໜືອ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ຄື​ດັ່ງ​ກ່າວ​ທີ່​ການ​ພົບ​ປະ​ກັບ​ ທ່ານ Fatima Ezzahra El Mansouri ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ມາ​ຣົກ.

(ແຫຼ່ງຄັດຈາກ VOV)

ລັດເຊຍ ຢືນຢັນຄືນໃໝ່ຫຼັກໝັ້ນການເຈລະຈາກ່ຽວກັບ ຢູແກຼນ

ລັດເຊຍ ຢືນຢັນຄືນໃໝ່ຫຼັກໝັ້ນການເຈລະຈາກ່ຽວກັບ ຢູແກຼນ

ກ່ຽວກັບການເຂົ້າຮ່ວມຂອງ ເອີລົບ, ເຈົ້າໜ້າທີ່ ລັດເຊຍ ຖືວ່າ ບັນດາປະເທດຢູ່ພາກພື້ນພວມຊອກຫາວິທີເຂົ້າຮ່ວມການເຈລະຈາ, ແຕ່ຍັງບໍ່ທັນໄດ້ກຳນົດບົດບາດຂອງເຂົາເຈົ້າຢ່າງຈະແຈ້ງເທື່ອ.

Top