• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊຸກຍູ້ການຮ່ວມມືຫຼາຍດ້ານກັບ ການາດາ, ຣູວັນດາ ແລະ ອາກເມເນຍ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ຝັ່ງໂກໂຟນີ ຄັ້ງທີ 20 ຢູ່ ກຳປູເຈຍ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ພົບປະສັ້ນໆກັບນາຍົກລັດຖະມົນຕີ, ປະທານາທິບໍດີປະເທດຈຳນວນໜຶ່ງ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບ ທ່ານ Paul Kagame, ປະທານາທິບໍດີ ຣູວັນດາ (ພາບ: VNA)  

ທີ່ການພົບປະລະຫວ່າງ ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລີມ ແລະ ທ່ານ Mark Carney, ນາຍົກລັດຖະມົນຕີ ການາດາ ສອງຝ່າຍເຫັນ​ດີ​ເປັນ​ເອ​ກະ​ພາບຈະສືບຕໍ່​ໃຫ້​ບຸ​ລິ​ມະ​ສິດ​ການ​ຮ່ວມ​ມືດ້ານເສດຖະກິດ, ການຄ້າ ແລະ ​ການ​ລົງ​ທຶນ, ເພີ່ມທະວີການ​ສົມ​ທົບ​ກັນເພື່ອ​ສິ້​ນ​ສຸດການເຈລະຈາສັນຍາການຄ້າເສລີ ​ອາ​ຊຽນ - ການາດາ (FTA) ໃນປີ 2027. ພ້ອມ​ກັນ​ນັ້ນ, ກໍ່ໄດ້ປຶກສາຫາລືກ່ຽວ​ກັບ​ທິດ​ທາງໃນການພັດທະນາການ​ຮ່ວມ​ມື​ດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກໍາ, ການຫັນເປັນດີຈີຕອນ ແລະ ເຕັກໂນໂລຊີທີ່ກ້າວໜ້າ...

ທີ່ການພົບປະກັບ ທ່ານ Paul Kagame, ປະທານາທິບໍດີ ຣູວັນດາ, ທັງສອງຝ່າຍ​ເຫັນ​ດີເປັນເອກະພາບຈະສ້າງ​ກຳ​ລັງໜູນໃໝ່ໃນການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການຄ້າ ແລະ ການລົງທຶນ; ​ເປີດກວ້າງ​ບັນ​ດາ​ໂອກາດ​ໃນບັນ​ດາຂົງ​ເຂດ​ໃໝ່, ຄື: ​ໂທ​ລະ​ຄົມ​ມະ​ນາ​ຄົມ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນຂ່າວສານ, ການພັດທະນາຕົວ​ເມືອງ, ການຂົນສົ່ງສີຂຽວ, ແລະ ການຂຸດຄົ້ນບໍ່ແຮ່.

ໃນການແລກປ່ຽນກັບທ່ານ Nikol Pashinyan ນາຍົກລັດຖະມົນຕີ ອາກເມເນຍ, ທ່ານເລຂາທິການໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລີມ ໄດ້​ເຫັນ​ດີເປັນເອກະພາບ​ຊຸກ​ຍູ້​ການການເຈລະຈາ​ເພື່ອ​ຍົກ​ລະດັບ FTA ລຸ້ນໃໝ່; ເພີ່ມມະ​ວີ​ການ​ເຊື່ອມຕໍ່​ດ້ານ​ຄົມ​ມະ​ນາ​ຄົມ ແລະ ການ​ຂົນ​ສົ່ງ​ຫຼາຍ​ຮູບແບບ.

(ແຫຼ່ງຄັດຈາກ VOV)

ຍົກ​ສູງ​ບົດ​ບາດ​ຂອງ ປະ​ຊາ​ຄົມ​ຝ​ລັ່ງ​ໂກ​ໂຟ​ນີ ໃນ​ການ​ຊຸກ​ຍູ້​ການ​ສົນ​ທະ​ນາ, ສາ​ມັກ​ຄີ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ

ຍົກ​ສູງ​ບົດ​ບາດ​ຂອງ ປະ​ຊາ​ຄົມ​ຝ​ລັ່ງ​ໂກ​ໂຟ​ນີ ໃນ​ການ​ຊຸກ​ຍູ້​ການ​ສົນ​ທະ​ນາ, ສາ​ມັກ​ຄີ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ

ບັນ​ດາ​ສຳ​ນັກ​ຝ​ລັ່ງ​ໂກ​ໂຟ​ນີ ແລະ ສະ​ມາ​ຊິກ​ຕ້ອງ​ຍູ້​ແຮງ​ການ​ຮ່ວມ​ມືໃນ​ການ​ປ້ອງ​ກັນສະ​ກັດ​ກັ້ນ ​ການ​ປະ​ທະ​ກັນ, ເປັນ​ກາງ​ໄກ່​ເກ່ຍ​ປອງດອງ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນໂດຍ​ສັນ​ຕິ​ວິ​ທີ ແລະ ສ້າງ​ສາ​ຄືນ​ໃໝ່​ພາຍຫຼັງ​ການ​ປະ​ທະ​ກັນ.

Top