ແຕ່ວັນທີ 17 – 20 ພະຈິກ, ທ່ານໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມສັບປະດາສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 33 ຢູ່ນະຄອນ ເຊິງເຈິ້ງ, ຈີນ ແລະ ເຮັດວຽກສອງຝ່າຍຢູ່ທີ່ນີ້.
ທ່ານໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະ ພັນລະຍາ (ພາບ: VNA)
ແຕ່ວັນທີ 17 – 20 ພະຈິກ, ທ່ານໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມສັບປະດາສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 33 ຢູ່ນະຄອນ ເຊິງເຈິ້ງ, ຈີນ ແລະ ເຮັດວຽກສອງຝ່າຍຢູ່ທີ່ນີ້.
ເນື່ອງໃນໂອກາດນີ້, ໜັງສືພິມລາຍວັນ ຈີນ(China Daily) ໄດ້ລົງບົດຂຽນຂອງທ່ານ ໂຕເລິມ ດ້ວຍຫົວຂໍ້ “ມະຫາສະໝຸດຮ່ວມ - ອະນາຄົດຮ່ວມ”, ໃນນັ້ນເນັ້ນໜັກເຖິງຄວາມຮັບຜິດຊອບໃນການປົກປັກຮັກສາເພື່ອໃຫ້ ປະຊາຟິກ ຍາມໃດກໍ່ແມ່ນມະຫາສະໝຸດແຫ່ງສັນຕິພາບ, ສາມັກຄີ, ຮ່ວມມື ແລະ ພັດທະນາ;ແຫ່ງທີ່ບັນດາຝ່າຍເຄົາລົບນັບຖືເຊິ່ງກັນແລະກັນ, ເຄົາລົບກົດໝາຍສາກົນ, ພ້ອມກັນປົກປັກຮັກສາສິ່ງແວດລ້ອມທະເລ ແລະ ເປີດກວ້າງໂອກາດເພື່ອຜົນປະໂຫຍດລວມ.
ທ່ານ ໂຕເລິມ ຊີ້ແຈ້ງວ່າ ບົນພື້ນຖານບັນດາທິດທາງຮ່ວມມືໂດຍ APEC ກຳນົດນັ້ນ, ຕ້ອງສືບຕໍ່ສ້າງຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ, ເພີ່ມທະວີການເຊື່ອມຕໍ່ ແລະ ກຳລັງຮັບມືຂອງລະບົບຕ່ອງໂສ້ການສະໜອງ; ໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍເຂົ້າເຖິງເຕັກໂນໂລຢີ, ຫັນເປັນດີຈີຕອນ; ຮ່ວມມືກັນພັດທະນາຊັບພະຍາກອນມະນຸດ ແລະ ຊຸກຍູ້ການເຕີບໂຕສີຂຽວ, ຍືນຍົງ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເຊື່ອໝັ້ນວ່າ ກອງປະຊຸມຂອງບັນດາການນຳເສດຖະກິດ APEC 2026 ຢູ່ ເຊິງເຈິ້ງ ພາຍໃຕ້ການເປັນປະທານຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ຈະປະສົບຜົນສຳເລັດຢ່າງຈົບງາມ, ເພີ່ມທະວີຄວາມເຫັນດີເຫັນພ້ອມ ແລະ ນຳມາເຊິ່ງໝາກຜົນຮ່ວມມືທີ່ແທ້ຈິງ.
ເກືອບ 10 ໂມງເຊົ້າຂອງວັນທີ 17 ພະຈິກ, ຕາມເວລາທ້ອງຖິ່ນ, ທ່ານ ໂຕເລິມ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ ປ໋າວອານ, ນະຄອນ ເຊິ່ງເຈິ້ງ, ແຂວງກ໋ວາງຕຸງ, ຈີນ, ເລີ່ມຕົ້ນບັນດາການເຄື່ອນໄຫວຢູ່ຈີນ ແລະ ເຂົ້າຮ່ວມສັບປະດາຂັ້ສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 33
(ແຫຼ່ງຄັດຈາກ VOV)