• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ກຽມພ້ອມປະກອບສ່ວນແທດຈິງ, ຊຸກຍູ້ການພົວພັນກັບບັນດາປະເທດໃນປະຊາຄົມ ຝລັ່ງ ໂກໂຟນີ

ໃນ​ລະ​ຫວ່າງວັນ​ທີ 14 – 16 ພະ​ຈິກ​, ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດ ຝລັ່ງ ໂກ​ໂຟ​ນີ ຄັ້ງ​ທີ 20 ຢູ່ ພະ​ນົມ​ເປັນ​, ປະ​ເທດ ກຳ​ປູ​ເຈຍ​.
  ທ່ານ ເລ​ຮ່ວາຍ​ຈູງ​, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: VNA)  

ຕາມ​ທ່ານ ເລ​ຮ່ວາຍ​ຈູງ​, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລ້ວ​, ການ​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານ ໂຕ​ເລີມ ໄດ້​ປະ​ສົມ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​, ສະ​ແດງໃຫ້​ເຫັນ​ການ​ສະ​ໜັບ​ສະ​ໜູນ​ໃນ​ລະ​ດັບ​ສູງ​ສຸດ ແລະ ສຳ​ຄັນ​ທີ​ສຸດ​ສຳ​ລັບ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ ທີ່ມີ​ຄວາມ​ໝາຍ​ສຳ​ຄັນ​ແຖວ​ໜ້າ​ຂອງ ກຳ​ປູ​ເຈຍ ໃນ​ໄລ​ຍະ​ປະ​ຈຸ​ບັນ​.

​ທີ່​ກອງ​ປະ​ຊຸມ​, ທ່ານ ໂຕ​ເລີມ ໄດ້​ມີ​ບົດ​ປາ​ໄສ​ສຳ​ຄັນ ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ ກໍ່​ຄື​ເວ​ທີ​ປາ​ໄສ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ , ຜ່ານ​ນັ້ນ​ສະ​ເໜີ​ບັນ​ດາ​​ທິດທາງ ພັດ​ທະ​ນາ​ໃຫຍ່​ສຳ​ລັບ ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ​, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ ໃນ​ໄລ​ຍະ​ໃໝ່​. ການ​ເຂົ້າ​ຮ່ວມ​ໂດຍ​ກົງ​ຂອງ​ການ​ນຳ​ສູງ​ສຸດ ຂອງ​ພັກ ແລະ ລັດ ຫວຽດ​ນາມ ທີ່​ກອງ​ປະ​ຊຸມ​, ດ້ວຍ​​ການ​ປະ​ກອບ​ສ່ວນ​, ​ຂໍ້​ລິ​ເລີ່ມຫຼາຍ​ຢ່າງ​ທີ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ບັນ​ດາ​ປະ​ເທດ​, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ​, ຢັ້ງ​ຢືນ​ກັບ​ປະ​ຊາ​ຄົມ ຝລັ່ງ ໂກ​ໂຟ​ນີ ເວົ້າ​ສະ​ເພາະ ແລະ ປະ​ຊາ​ຄົມ​ສາ​ກົນ ເວົ້າ​ລວມ ສານ​ທີ່​ວ່າ ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​, ແມ່ນ​ສະ​ມາ​ຊິກ​ຕັ້ງ​ໜ້າ​, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ​; ສືບ​ຕໍ່​ຖື​ເປັນ​ສຳ​ຄັນ ແລະ ກຽມ​ພ້ອມ​ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​, ມີ​ປະ​ສິດ​ທິ​ຜົນ ເຂົ້າ​​ການ​ຮ່ວມ​ມື​ໃນ ປະ​ຊາ​ຄົມ ຝລັ່ງ ໂກ​ໂຟ​ນີ ກໍ່​ຄື​ຊຸກ​ຍູ້​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຝລັ່ງ ໂກ​ໂຟ​ນີ.

(ແຫຼ່ງຄັດຈາກ VOV)

ມະ​ຫາ​ສະ​ໝຸດ​ຮ່ວມ - ອະ​ນາ​ຄົດ​ຮ່ວມ

ມະ​ຫາ​ສະ​ໝຸດ​ຮ່ວມ - ອະ​ນາ​ຄົດ​ຮ່ວມ

ແຕ່​ວັນ​ທີ 17 – 20 ພະ​ຈິກ, ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ພ້ອມ​ກັບ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ​ສຸດຍອດ ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ຄັ້ງ​ທີ 33 ຢູ່​ນະ​ຄອນ ເຊິງ​ເຈິ້ງ, ຈີນ ແລະ ເຮັດ​ວຽກ​ສອງ​ຝ່າຍ​ຢູ່​ທີ່​ນີ້.

Top