ຂ່າວສານ

ຫວຽດນາມ ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ APEC

ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ສີ​ຈິ້ນ​ຜິງ​, ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ສປ ຈີນ ແລະ ພັນ​ລະ​ຍາ​, ວັນ​ທີ 17 ພະ​ຈິກ​, ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ​ເດີນ​ທາງ​ອອກ​ຈາກ ຮ່າ​ໂນ້ຍ​, ໄປ​ເຂົ້າ​ຮ່ວມ​ສັບ​ປະ​ດາ​ຂັ້ນ​ສູງ​ເວ​ທີ​ປາ​ໄສ ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ຄັ້ງ​ທີ 33, ຢູ່​ນະ​ຄອນ ເຊີນ​ເຈິງ​, ແລະ ເຮັດ​ວຽກ​ສອງ​ຝ່າຍ​ຢູ່ ຈີນ ແຕ່​ວັນ​ທີ 17 – 20
  ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່ມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນລະຍາ (ພາບ: VNA)  

ເລື່ອງ​ການ​ນຳ​ສູງ​ສຸດ​ຂອ ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ​ຂັ້ນ​ສູງ APEC ຄັ້ງ​ທີ 33 ສະ​ແດງ​ໃຫ້​ເຫັນການ​ຖື​ເປັນ​ສຳ​ຄັນ ແລະ ປະ​ກອບ​ສ່ວນ​ຕັ້ງ​ໜ້າ​, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມໃນ​ການ​ຮ່ວມ​ມື ແລະ ການ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ພາກ​ພື້ນ​.

​ການ​ໄປ​ປະ​ຕິ​ບັດ​ງານ​ຂອງ​ທ່ານ ໂຕ​ເລີມ ແມ່ນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ ເສດ ​ນັບທັງ​​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ​, ພິ​ເສດ​ແມ່ນ​ເມື່ອ ຫວຽດ​ນາມ ກະ​ກຽມ​ໄດ້​ຮັບ​ບົດ​ບາດ​ເປັນ​ປະ​ເທດ​ເຈົ້າ​ພາບ APEC 2027, ຢັ້ງ​ຢືນ​ບົດ​ບາດ​, ຖາ​ນະ​ບົດ​ບາດ​, ກຳ​ລັງ​​ບົ່ມ​ຊ້ອນ ແລະ ອິດ​ທິ​ພົນ​ຊື່​ສຽງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ນັບ​ມື້​ນັບ​ສູງ​ຂອງ ຫວຽດ​ນາມ ແລະ ການ​ປະ​ກອບ​ສ່ວນ​ຢ່າງ​ເປັນ​ເຈົ້າ​​ການ​, ຕັ້ງ​ໜ້າ​, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຫວຽດ​ນາມ ໃນ APEC, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ການ​ກຽມ​ພ້ອມ​ຮັບ​ບົດ​ບາດ​ເປັນ​ປະ​ເທດ​ເຈົ້າ​ພາບ APEC 2027.

ການ​ໄປ​ປະ​ຕິ​ບັດ​ງານ​ສືບ​ຕໍ່​ຢັ້ງ​ຢືນ ຫວຽດ​ນາມ ຖື ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ ຈີນ ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພາ​ວະ​ວິ​ໄສ​, ການ​ເລືອກ​ເຟັ້ນ​ຍຸດ​ທະ​ສາດ ແລະ ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​; ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ ໃຫ້ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​, ຕັ້ງ​ໜ້າ​, ຮອບ​ດ້ານ​. ຜ່ານ​ນັ້ນ​, ນຳ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ກ້າວ​ເຂົ້າ​ສູ່​ລວງ​ເລິກ​, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ​, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ ໃຫ້​ແກ່​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ກໍ່​ຄື​ຢູ່​ໃນ​ໂລກ​.


top