ພິທີປະດັບຫຼຽນກາ ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດ ໃຫ້ທ່ານ Prasanna Gamage ເອກອັກຄະລັດຖະທູດ ສິລັງກາ ປະຈຳ ຫວຽດນາມ ໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຈັດຂຶ້ນໃນວັນທີ 16 ທັນວາຢູ່ຮ່າໂນ້ຍ.
ທ່ານນາງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຫງວຽນເຟືອງງາ ມອບຫຼຽນກາ ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດ ໃຫ້ທ່ານ Prasanna Gamage ເອກອັກຄະລັດຖະທູດ ສິລັງກາ ປະຈຳ ຫວຽດນາມ
ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຫງວຽນເຟືອງງາ ເນັ້ນໜັກວ່າ ໃນອາຍຸການປະຕິບັດງານຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ Prasanna Gamage ໄດ້ມີການເຮັດວຽກຢ່າງຕັ້ງໜ້າ, ມີປະສິດທິຜົນ ເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສີລັງກາໃນຫຼາຍຂົງເຂດ.
ສ່ວນທ່ານ ເອກອັກຄະລັດຖະທູດ Prasanna Gamage ຢັ້ງຢືນວ່າ ຈະສືບຕໍ່ໂຄສະນາ, ແນະນຳພາບພົດທີ່ສວຍງາມຂອງ ຫວຽດນາມ ໄປຍັງເພື່ອນມິດສາກົນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍພື້ນຖານອັນດີງາມ, ການພົວພັນລະຫວ່າງ ສີລັງກາ - ຫວຽດນາມ ຈະສືບຕໍ່ພັດທະນາໃນທຸກຂົງເຂດຢ່າງແຮງກ່ວາອີກ.