ຂ່າວສານ
ນາຍົກລັດຖະມົນຕີ ເລມິງຮຶງ: ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອງນຳໜ້າຊຸກຍູ້ບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດ
ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ໜ້າທີ່ ແລະ ຄວາມຮັບຜິດຊອບພັດທະນາປະເທດຊາດໃນໄລຍະໃໝ່ແມ່ນໃຫຍ່ຫຼວງ ແລະ ໜັກໜ່ວງທີ່ສຸດ, ໂດຍສະເພາະແມ່ນການຮັບປະກັນເປົ້າໝາຍເຕີບໂຕ 2 ຕົວເລກແບບຍືນຍົງ, ໃນນັ້ນ, ກະຊວງ, ຂະແໜງການອຸດສາຫະກຳ ແລະ ການຄ້າ ຕ້ອງສວມບົດບາດເປັນໃຈກາງ, ນຳໜ້າແກ້ໄຂບັນດາຂໍ້ຄົງຄ້າງ ແລະ ຊຸກຍູ້ບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດເພື່ອບັນລຸໄດ້ເປົ້າໝາຍທີ່ວາງອອກ. ຕາມນັ້ນແລ້ວ, ກະຊວງອຸດສາຫະກຳ ແລະ ການຄ້າ ຕ້ອງຮີບເຮັ່ງຫັນເປັນລະອຽດ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ປັບປຸງລະບອບລະບຽບການໃຫ້ສົມບູນແບບ, ສ້າງສຳເລັດບັນດາຮ່າງກົດໝາຍເພື່ອຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI, ເຊັ່ນ: ກົດໝາຍວ່າດ້ວຍນ້ຳມັນອາຍແກັດ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍທີ່ກ່ຽວຂ້ອງເຖິງຂົງເຂດການຄ້າ, ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍພະລັງງານໄຟຟ້າ, ກົດໝາຍວ່າດ້ວຍອຸດສາຫະກຳຈຸດສຸມ.
ທ່ານນາຍົກລັດຖະມົນຕີ ກໍເນັ້ນໜັກເຖິງຄຳຮຽກຮ້ອງຕ້ອງຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ການຫັນປ່ຽນພະລັງງານຢ່າງຍຸຕິທຳ.








