ຕອນບ່າຍວັນທີ 21 ເມສາ, ຢູ່ຮ່າໂນ້ຍ, ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມີການຕ້ອນຮັບ ທ່ານ Jigjee Sereejav ເອກອັກຄະລັດຖະທູດ ມົງໂກນ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດວາລະປະຕິບັດງານຢູ່ ຫວຽດນາມ.
ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Jigjee Sereejav ເອກອັກຄະລັດຖະທູດ ມົງໂກນ ປະຈຳ ຫວຽດນາມ (ພາບ: TTXVN)
ທ່ານລັດຖະມົນຕີ ເລຮວ່າຍຈູງ ຕີລາຄາສູງບັນດາບາດກ້າວພັດທະນາໃໝ່ໃນການຮ່ວມມືທາງດ້ານວັດທະນະທຳ, ການທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ມົງໂກນ, ພິເສດແມ່ນການເຊັນສົນທິສັນຍາຍົກເວັ້ນວິຊາໃຫ້ແກ່ຜູ້ຖືໜັງສືຜ່ານແດນການທູດ, ໜັງສືຜ່ານແດນລັດຖະການ, ໜັງສືຜ່ານແດນທຳມະດາ ປີ 2023, ສ້າງເງື່ອນໄຂສະດວກແກ່ການພົບປະແລກປ່ຽນປະຊາຊົນ, ການຮ່ວມມືໃນຂົງເຂດທ່ອງທ່ຽວລະຫວ່າງສອງປະເທດ.
ທ່ານລັດຖະມົນຕີກໍໄດ້ເນັ້ນໜັກວ່າ ສອງຝ່າຍຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນດ້ວຍຫຼາຍຮູບແບບຢ່າງມີໄຫວພິບເພື່ອແບ່ງປັນ ແລະ ປະສານສົມທົບນະໂຍບາຍ, ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ - ການຄ້າ; ທ່ານສະເໜີ ມົງໂກນ ສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ ໄປລົງທຶນເຂົ້າບັນດາຂົງເຂດພະລັງງານສະອາດ, ກໍ່ສ້າງ, ຊຸກຍູ້ການຮ່ວມມືຂັ້ນທ້ອງຖິ່ນ ແລະ ພົບປະແລກປ່ຽນປະຊາຊົນ.
ສ່ວນທ່ານເອກອັກຄະລັດຖະທູດ Jigjee Sereejav ຢັ້ງຢືນວ່າ ເຖິງວ່າ ຈະຢູ່ໃນຖານະຕຳແໜ່ງໃດກໍຕາມ, ສ່ວນຕົວທ່ານ ກໍຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນໃຫ້ແກ່ການພັດທະນາສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ມົງໂກນ.
(ແຫຼ່ງຄັດຈາກ VOV)