• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ລີ​ບັງ ຢັ້ງ​ຢືນ​ເປົ້າ​ໝາຍ​ເຈ​ລະ​ຈາ​ກັບ ອິດ​ສະ​ລາ​ແອັນ

ທ່ານ Joseph Aounໄດ້​ ແຕ່ງ​ຕັ້ງ​ທ່ານ Simon Karam ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລີ​ບັງ​ປະ​ຈຳ ວໍ​ຊິງ​ຕັນ ເປັນ​ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ກັບ ອິດ​ສະ​ລາ​ແອັນ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ “ໄດ້​ເລືອກ​ເອົາ​ເສັ້ນ​ທາງ​ເຈ​ລະ​ຈາ ແລະ ຫວັງ​ວ່າ ລີ​ບັງ​ອາດ​ສາ​ມາດ​ຜ່ານ​ຜ່າ​ໄລ​ຍະ​ນີ້”.
ທ່​ານ​ປະ​ທາ​ນາ​ທິ​ບໍ​ດີ ລີ​ບັງ Joseph Aoun (ພາບ: REUTERS/Mohamed Azakir)
ວັນ​ທີ 20 ເມ​ສາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລີ​ບັງ Joseph Aoun ຢັ້ງ​ຢືນ​ວ່າ​ເປົ້າ​ໝາຍ​ເຈ​ລະ​ຈາ​ຂອງ​ປະ​ເທດ​ນີ້​ກັບ ອິດ​ສະ​ລາ​ແອັນ ແມ່ນ​ຢຸດ​ຕິ​ການ​ປະ​ທະ​ກັນ​ທີ່​ແກ່​ຍາວ​ຢູ່​ເຂດ​ພາກ​ໃຕ້. ໃນ​ຖະ​ແຫຼງ​ການ, ທ່ານ Joseph Aoun ໄດ້​ ແຕ່ງ​ຕັ້ງ​ທ່ານ Simon Karam ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລີ​ບັງ​ປະ​ຈຳ ວໍ​ຊິງ​ຕັນ ເປັນ​ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ກັບ ອິດ​ສະ​ລາ​ແອັນ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ “ໄດ້​ເລືອກ​ເອົາ​ເສັ້ນ​ທາງ​ເຈ​ລະ​ຈາ ແລະ ຫວັງ​ວ່າ ລີ​ບັງ​ອາດ​ສາ​ມາດ​ຜ່ານ​ຜ່າ​ໄລ​ຍະ​ນີ້”. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ​ປະ​ເທດ​ນີ້​ຄາດ​ວ່າ​ຈະ​ຈັດ​ການ​ເຈ​ລະ​ຈາ​ໂດຍ​ກົງ​ຄັ້ງ​ທີ 2 ລະ​ຫວ່າງ​ບັນ​ດາ​ຄະ​ນະ​ຜູ້​ແທນ​ຂອງ​ອິດ​ສະ​ລາ​ແອັນ ແລະ ລີ​ບັງ​ໃນ​ອາ​ທິດ​ໜ້າຢູ່ ວໍ​ຊິງ​ຕັນ.

(ແຫຼ່ງຄັດຈາກ VOV)

ພົບ​ເຫັນ​ຖ້ຳ​ມີ​ນ້ຳ​ຕົກ​ຕາດ​​ສູງ 350 ແມັດ ຢູ່ ຟອງ​ຍາ - ແກ​ບ່າງ

ພົບ​ເຫັນ​ຖ້ຳ​ມີ​ນ້ຳ​ຕົກ​ຕາດ​​ສູງ 350 ແມັດ ຢູ່ ຟອງ​ຍາ - ແກ​ບ່າງ

ທິມ​ງານ​ສຳຫຼວດ​ຂອງ​ຄະ​ນະ​ຄຸ້ມ​ຄອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ - ແກ​ບ່າງ, ໃນ​ນັ້ນ ມີ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ຖ້ຳຫຼາຍ​ຄົນ ຫາ​ກໍ່​ພົບ​ເຫັນ​ມີ​ຖ້ຳ​ໃໝ່​ແຫ່ງ​ໜຶ່ງ​ໃນ​ສວນ​ອຸ​ທິ​ຍານ​ແຫ່ງ​ຊາດ ຟອງ​ຍາ - ແກ​ບ່າງ (ແຂວງ ກວາງ​ຈິ).

Top