• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ ອາ​ຊີ ແລະ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ອາ​ຊີ 2026

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໂດຍ​ທ່ານ ພົນ​ໂທ ຫງວຽນ​ເຈື່ອງ​ຖັງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເປັນ​ຫົວ​ໜ້າ​ຄະ​ນະ, ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ ອາ​ຊີ ແລະ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ອາ​ຊີ (DSA) ຄັ້ງ​ທີ 19, ຈັດ​ຂຶ້ນ​ຢູ່ ມາ​ເລ​ເຊຍ.
  ຄະ​ນະ​ຜູ້​ແທນ​ ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ (ພາບ: ກະ​ຊວງ​ປ້ອງ​ກັນ​ປະ​ເທດ)  

ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ ອາ​ຊີ DSA 2026 ໄດ້​ດຳ​ເນີນ​ແຕ່​ວັນ​ທີ 20 – 23 ເມ​ສາ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງກອງ​ທັບ 60 ປະ​ເທດ, ໃນ​ນັ້ນ ມີ 38 ປະ​ເທດ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ ແລະ ບໍ​ລິ​ສັດ, ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​​ປະ​ມານ 1.400 ແຫ່ງຂອງ ໂລກ.

  ທ່ານ​ພົນ​ໂທ ຫງວຽນ​ເຈື່ອງ​ຖັງ ພົບ​ປະ​ກັບ​ທ່ານ​ Adly Bin Zahari ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ (ພາບ: ກະ​ຊວງປ້ອງ​ກັນ​ປະ​ເທດ)  

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ເຮັດ​ວຽກ ແລະ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ ອາ​ຊີ ແລະ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ອາ​ຊີ (DSA) ຄັ້ງ​ທີ 19 ຢູ່ ມາ​ເລ​ເຊຍ, ຕອນ​ບ່າຍ​ວັນ​ທີ 20 ເມ​ສາ, ທ່ານ​ພົນ​ໂທ ຫງວຽນ​ເຈື່ອງ​ຖັງ ໄດ້​ພົບ​ປະ​ກັບ​ທ່ານ​ Adly Bin Zahari ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ມາ​ເລ​ເຊຍ. ສອງ​ຝ່າຍ​ເຫັນ​ດີ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ​ໃຫ້​ນັບ​ມື້​ນັບ​ຮອບ​ດ້ານ, ແທດ​ຈິງ, ລົງ​ນາມ​ໃນບົດ​ບັ​ນ​ທຶ​ກ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ລັດ​ຖະ​ບານ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ກົດ​ໝາຍ ແລະ ຊອກ​ຫາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຢູ່​ທະ​ເລໂດຍ​ໄວ; ຂໍ້​ຕົກ​ລົງ​ສ້າງ​ຕັ້ງ​ກົນ​ໄກ​ລາດ​ຕະ​ເວນ​ຮ່ວມ​ຢູ່​ທະ​ເລ ແລະ ຊ່ອງ​ທາງ​ຕິດ​ຕໍ່​ພົວ​ພັນລະ​ຫວ່າງກອງ​ທັບ​ເຮືອ​ສອງ​ປະ​ເທດ, ສົມ​ທົບ​ກັນ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ປະ​ຕິ​ບັດ​ກົດ​ໝາຍ, ຊ່ວຍ​ເຫຼືອ​ກ່ຳ​ປັ່ນ​ຫາ​ປາ ແລະ ຊາວ​ປະ​ມົງ​ຂອງ​ກັນ​ທີ່​ປະ​ສົບ​​ເຫດຮ້າຍ​ຢູ່​ທະ​ເລ, ກໍ​ຄືມີ​ການ​ປະ​ພຶດ​ມະ​ນຸດ​ສະ​ທຳ​ສຳ​ລັບ​ກ່ຳ​ປັ່ນ​ຫາ​ປາ ແລະ ຊາວ​ປະ​ມົງ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ, ກົນ​ໄກຫຼາຍ​ຝ່າຍ.

(ແຫຼ່ງຄັດຈາກ VOV)

ພົບ​ເຫັນ​ຖ້ຳ​ມີ​ນ້ຳ​ຕົກ​ຕາດ​​ສູງ 350 ແມັດ ຢູ່ ຟອງ​ຍາ - ແກ​ບ່າງ

ພົບ​ເຫັນ​ຖ້ຳ​ມີ​ນ້ຳ​ຕົກ​ຕາດ​​ສູງ 350 ແມັດ ຢູ່ ຟອງ​ຍາ - ແກ​ບ່າງ

ທິມ​ງານ​ສຳຫຼວດ​ຂອງ​ຄະ​ນະ​ຄຸ້ມ​ຄອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ຟອງ​ຍາ - ແກ​ບ່າງ, ໃນ​ນັ້ນ ມີ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ຖ້ຳຫຼາຍ​ຄົນ ຫາ​ກໍ່​ພົບ​ເຫັນ​ມີ​ຖ້ຳ​ໃໝ່​ແຫ່ງ​ໜຶ່ງ​ໃນ​ສວນ​ອຸ​ທິ​ຍານ​ແຫ່ງ​ຊາດ ຟອງ​ຍາ - ແກ​ບ່າງ (ແຂວງ ກວາງ​ຈິ).

Top